(vovworld) - ທ້າຍວັນທີ 12/06 ແລະ ຕອນເຊົ້າວັນທີ 13/06, ສ.ເກົາຫຼີ ໄດ້ຮັບຮູ້ 3 ກໍລະນີຕ່ືມອີກຖືກເສຍຊີວິດຍ້ອນພະຍາດລະບົບຫາຍໃຈຊຸດໂຊມຮຸນແຮງ MERS ແລະ 12 ກໍ່ລະນີຖືກຕິດໃໝ່. ເປັນອັນວ່າ, ນັບແຕ່ຈຸດເວລາພະຍາດເລີ່ມແຜ່ລາມຢູ່ສ.ເກົາຫຼີ ໃນວັນທີ 20/05, ພະຍາດນີ້ໄດ້ເຮັດໃຫ້ 14 ຄົນເສຍຊີວິດ ແລະ 138 ຄົນຖືກຕິດພະຍາດ. ກະຊວງສາທາລະນະສຸກສ.ເກົາຫຼີ ໃຫ້ຮູ້ວ່າ, ກໍລະນີຖືກເສຍຊີວິດໃນຕອນເຊົ້າວັນທີ 13/06 ແມ່ນແມ່ຍິງ, ອາຍຸ 67 ປີ, ຖືກຕິດພະຍາດ MERS ໃນວັນທີ 10/06 ແລະ ຖືກສົງໄສວ່າຕິດພະຍາດພາຍຫຼັງພົບປະກັບຜູ້ຖືກຕິດພະຍາດ MERS ຢູ່ໂຮງໝໍ Pyeongtaek ເມື່ອທ້າຍເດືອນ 05 ຜ່ານມາ. 2 ກໍລະນີເສຍຊີວິດໃນຕອນຄໍ່າວັນທີ 12/06 ລ້ວນແຕ່ແມ່ນຜູ້ຊາຍ ພາຍຫຼັງພົບປະກັບຜູ້ຖືກຕິດພະຍາດ MERS ເມື່ອເດືອນ 05 ເຊັ່ນດຽວກັນ.