ສ.ເກົາຫຼີ, ຍີ່ປຸ່ນ ສົ່ງເສີມການເຈລະຈາກ່ຽວກັບການໂຕ້ຖຽງກັນດ້ານການຄ້າ

(VOVWORLD) -ບັນດາເຈົ້າໜ້າທີ່ຂັ້ນນັກວິຊາການຂອງ 2 ປະເທດໄດ້ຈັດກອງປະຊຸມຢູ່ສະຖານທີ່ແຫ່ງໜຶ່ງຢູ່ເຊີອູນ, ເພື່ອກະກຽມໃຫ້ບັນດາການເຈລະຈາກ່ຽວກັບບັນດາຂໍ້ຈຳກັດດ້ານການຄ້າ.

ຕາມສຳນັກຂ່າວສານ Yonhap ແລ້ວ, ວັນທີ 28 ພະຈິກ, ສ.ເກົາຫຼີ ແລະ ຍີ່ປຸ່ນ ໄດ້ດຳເນີນການເຈລະຈາຂັ້ນນັກວິຊາການ ມຸ່ງໄປເຖິງການແກ້ໄຂຄວາມບໍ່ລົງລອຍກັນດ້ານການຄ້າ ເຊິ່ງເຄີຍກີດຂວາງບັນດາການພົວພັນດ້ານຄວາມໝັ້ນຄົງ ແລະ ການທູດລະຫວ່າງ 2 ປະເທດໃນໄລຍະຜ່ານມາ. ເຈົ້າໜ້າທີ່ສ.ເກົາຫຼີ ທ່ານໜຶ່ງໃຫ້ຮູ້ວ່າ, ບັນດາເຈົ້າໜ້າທີ່ຂັ້ນນັກວິຊາການຂອງ 2 ປະເທດໄດ້ຈັດກອງປະຊຸມຢູ່ສະຖານທີ່ແຫ່ງໜຶ່ງຢູ່ເຊີອູນ, ເພື່ອກະກຽມໃຫ້ບັນດາການເຈລະຈາກ່ຽວກັບບັນດາຂໍ້ຈຳກັດດ້ານການຄ້າ. 2 ຝ່າຍໄດ້ປຶກສາຫາລືກ່ຽວກັບຈຸດເວລາ, ສະຖານທີ່ດຳເນີນກອງປະຊຸມກະກຽມຢູ່ວຽນ, ປະເທດໂອຕາລິດ ໃນວັນທີ 04 ທັນວາ, ເພື່ອກະກຽມໃຫ້ການເຈລະຈາຂັ້ນສູງ.

        ວັນທີ 29 ພະຈິກ, ກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານສ.ເກົາຫຼີ ຢັ້ນຢືນວ່າ, 2 ປະເທດຈະດຳເນີນການເຈລະຈາຂັ້ນສູງຢູ່ນະຄອນໂຕກຽວ, ປະເທດຍີ່ປຸ່ນ ໃນອາທິດທີ 3 ເດືອນທັນວາ ຈະມາເຖິງ, ນີ້ໄດ້ຮັບຖືວ່າແມ່ນບາດກ້າວທຳອິດເພື່ອມຸ່ງໄປເຖິງການແກ້ໄຂຄວາມບໍ່ລົງລອຍກັນດ້ານການຄ້າລະຫວ່າງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ