ສ.ເກົາຫຼີ ສືບຕໍ່ນຳໜ້າກ່ຽວກັບທຶນ FDI ທີ່ລົງທຶນເຂົ້າຫວຽດນາມ


ສ.ເກົາຫຼີ ສືບຕໍ່ນຳໜ້າກ່ຽວກັບທຶນ FDI ທີ່ລົງທຶນເຂົ້າຫວຽດນາມ  - ảnh 1
(ພາບ​ປະ​ກອບ)

(vovworld)- ນັກ​ຂ່າວ​ຂ່າ​ວ​ສານ​ຫວຽດ​ນາມ​ປະ​ຈຳ ສ.ເ​ກົາຫຼີ ໄດ້​ຄັດ​ສະ​ເໜີ​ບົດ​ລາຍ​ງານ​ຂອງ​ອົງ​ການ​ສົ່ງ​ເສີມ​ການ​ຄ້າ​ແຫ່ງ ສ.ເກົາຫຼີ ໃຫ້​ຮູ້​ວ່າ : ສ.ເກົາຫຼີ ສືບ​ຕໍ່​ແມ່ນ​ນັກ​ລົງ​ທຶນ​ໂດຍ​ກົງຕ່າງ​ປະ​ເທດ (FDI) ​ໃຫຍ່ກວ່າ​ໝູ່​ຢູ່​ຫວຽດ​ນາມ ດ້ວຍ​ຍອດເງິນລົງທຶນ ໄລ​ຮອດ​ທ້າຍ​ປີ 2015 ແມ່ນ 44,9 ຕື້ USD. ປີ 2015 ກໍ​ແມ່ນ​ປີ​ທີ 2 ຢ່າງ​ລຽນ​ຕິດ​ທີ່ສ.ເກົາຫຼີ​ສືບ​ຕໍ່​ແມ່ນ​ນັກ​ລົງ​ທຶນ​ອັນ​ດັບ​ໜຶ່ງ​ຢູ່​ຫວຽດ​ນາມດ້ວຍ ຍອດເງິນ ລົງທຶນບັນ​ລຸ 6,7 ຕື້ USD, ໃນ​ນັ້ນ 87,9% ແມ່ນ​ຢູ່​ໃນ​ຂົງ​ເຂດ​ປຸງ​ແຕ່ງ ຜະ​ລິດ. ຫວຽດ​ນາມ​ກໍ​ແມ່ນ​ຕະຫຼາດ​ໃຫຍ່​ອັນ​ດັບ​ທີ 4 ຂອງ ສ.ເກົາຫຼີ ແລະ ກໍ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ອັນ​ດັບ​ທີ 3 ຂອງ ສ.ເກົາຫຼ ຖັດ​ຈາກ​ຈີນ ແລະ ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ