ສ.ເກົາຫຼີ ແລະ ສປປ.ເກົາຫຼີ ກໍານົດເວລາ, ສະຖານທີ່ຈັດຕັ້ງການພົບປະສຸດຍອດຄັ້ງຕໍ່ໄປ
(VOVWORLD) -ຕາມສໍານັກຂ່າວສານ Yonhap ໄດ້ໃຫ້ຂ່າວວ່າ ໃນວັນທີ 13 ສິງຫາ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ຕັດສິນໃຈຈັດຕັ້ງການພົບປະສຸດຍອດຄັ້ງທີ 3 ລະຫວ່່າງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in ແລະການນໍາ ສປປ.ເກົາຫຼີ Kim Jong – un ຢູ່ພຽງຢາງ ໃນເດືອນກັນຍາຈະມາເຖິງ.
ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in ແລະການນໍາ ສປປ.ເກົາຫຼີ Kim Jong – un
(ພາບ:The Hill )
|
ບັນຫາດັ່ງກ່າວ ໄດ້ຮັບຄວາມເຫັນດີເປັນເອກະພາບຈາກ 2 ຝ່າຍໃນການເຈລະຈາຂັ້ນສູງ ເຊິ່ງໄດ້ດໍາເນີນໃນຕອນເຊົົ້າຂອງວັນດຽວກັນ ຢູ່ບ້ານຢຸດຮົບ ປານມູນຈອມ. ຖ້າຫາກວ່າ ທ່ານປະທານາທິບໍດີ Moon Jae – in ເດີນທາງໄປເຖິງ ນະຄອນພຽງຢາງ, ນີ້ຈະເປັນການຢ້ຽມຢາມ ສປປ.ເກົາຫຼີ ຄັ້ງທໍາອິດຂອງການນໍາ ສ.ເກົາຫຼີ ໃນກວ່າໜຶ່ງທົດສະວັດຜ່ານມາ.
ກ່ອນໜ້ານັ້ນ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ເລີ່ມດໍາເນີນການເຈລະຈາຂັ້ນສູງ ເພື່ອແນໃສ່່ປຶກສາຫາລື ວຽກງານການຈັດຕ້ັງການພົບປະສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຈະມາເຖິງ. ການເຈລະຈາດັ່ງກ່າວ ເລີ່ມດໍາເນີນໃນເວລາ 10 ໂມງຂອງວັນທີ 13 ສິງຫາ (ຕາມເວລາທ້ອງຖິ່ນ) ຢູ່ Tongilgak, ເຊິ່ງເປັນອາຄານຫຼັງໜຶ່ງຂອງ ສປປ.ເກົາຫຼີຢູ່ບ້ານຢຸດຮົບ ປານມູນຈອມ.