ຫັນພູມປັນຍາວິທະຍາສາດ ແລະ ເຕັກໂນໂລຊີຂໍ້ມູນເປັນດີຈີຕອນ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດອຸດສາຫະກຳ 4.0

(VOVWORLD) - ທ່ານສາດສະດາຈານ ຫງວຽນເລິນຢູງ ຖືວ່າ ການປະຕິວັດອຸດສາຫະກຳ 4.0 ໄດ້ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ຂົງເຂດກະສິກຳ, ບັນດາຄວາມກ້າວໜ້າດ້ານເຕັກນິກ...
ຫັນພູມປັນຍາວິທະຍາສາດ ແລະ ເຕັກໂນໂລຊີຂໍ້ມູນເປັນດີຈີຕອນ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດອຸດສາຫະກຳ 4.0 - ảnh 1 ກອງປະຊຸມສຳມະນາຈັດຕັ້ງໃນວັນທີ 19  ທັນວາຢູ່ຮ່າໂນ້ຍ

ຄວນຫັນພູມປັນຍາດ້ານວິທະຍາສາດເປັນຂໍ້ມູນດີຈີຕອນຊ່ວຍເປີດກ້ວາງການຄົ້ນຫາ, ຊອກຮູ້ຂໍ້ມູນຂ່າວສານໄດ້ຢ່າງງາຍດາຍ. ນີ້ແມ່ນຄຳເຫັນຂອງທ່ານສາດສະດາຈານ ຫງວຽນເລິນຢູງ, ນັກຊ່ຽວຊານດ້ານເຕັກໂນໂລຊີຊີວະສາດທີ່ກອງປະຊຸມສຳມະນາ “ຫັນພູມປັນຍາວິທະຍາສາດ ແລະ ເຕັກໂນໂລຊີເປັນຂໍ້ມູນດີຈີຕອນ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປະຕິວັດອຸດສາຫະກຳ 4.0” ໂດຍ ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ຈັດຕັ້ງ ໃນວັນທີ 19 ທັນວາ, ຢູ່ຮ່າໂນ້ຍ. ທ່ານສາດສະດາຈານ ຫງວຽນເລິນຢູງ ຖືວ່າ ການປະຕິວັດອຸດສາຫະກຳ 4.0 ໄດ້ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ຂົງເຂດກະສິກຳ, ບັນດາຄວາມກ້າວໜ້າດ້ານເຕັກນິກ ແລະ ອິນເຕີເນັດພວມນັບມື້ນັບມີຜົນປະໂຫຍດ, ໜູນຫຼັງໃຫ້ແກ່ຊາວກະສິກອນ ຫວຽດນາມ ວິທີການ Startup ແບບດີຈີຕອນ. ດັ່ງນັ້ນ, ເລື່ອງຫັນພູມປັນຍາດ້ານວິທະຍາສາດເປັນດີຈີຕອນ ຕ້ອງລົງມືເຮັດໃນທັນທີ ເພື່ອເປີດກ້ວາງການຄົ້ນຫາ, ຊອກຮູ້ກ່ຽວກັບແຫຼ່ງຂໍ້ມູນຂ່າວສານໄດ້ຢ່າງງ່າຍດາຍກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ