ຫລາຍທ້ອງຖິ່ນ ປຸກລະດົມບຸນປີໃຫມ່ ປີມະເມຍ 2014 ປູກຕົ້ນໄມ້

ຫລາຍທ້ອງຖິ່ນ ປຸກລະດົມບຸນປີໃຫມ່ ປີມະເມຍ 2014 ປູກຕົ້ນໄມ້ - ảnh 1
ບຸນປີໃຫມ່ປຸກຕົ້ນໄມ້
ພາບປະກອບ:internet


(vovworld) - ວັນ​ທີ 6/2, ​ທ້ອງ​ຖິ່ນຕ່າງໆ​ໃນ​ທົ່ວ​ປະ​ເທດຫວຽດນາມ ​ໄດ້​ຈັດ​ຕັ້ງ​ບຸນ“ປີ​ໃຫມ່ປີ​ມະ​ເມຍ 2014 ປູກ​ຕົ້ນ​ໄມ້​ຮູ້ບຸນຄຸນ​ຂອງ​ລຸງ​ໂຮ່” ພ້ອມ​ທັງ​ຜັນ​ຂະຫຍາຍ​ແຜນການ​ປູກ​ປ່າ​ປີ 2014.

        ຢູ່​​ແຂວງ ບັກ​ກ້ານ, ປີ​ນີ້ ທົ່ວ​ແຂວງ ປູກ​ຕົ້ນ​ໄມ້​​ໃນເນື້ອ​ທີ່​ກວ່າ 12.000 ​ເຮັກຕາ. ພາຍຫລັງ​ພິທີ​ປຸກລະດົມ​ທີ່​ຖືກຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 6/2, ຢູ່​ບັນດາ​ເມືອງ, ​ເທດສະບານ, ນະຄອນ ​ໃນ​ແຂວງ​ ​ໄດ້​ເລີ່​ມຕົ້ນ​ຂະ​ບວນການ​ປູກ​ຕົ້ນ​ໄມ້. ທ່ານ​ນາງ ລາ​ທິຮ່ວຽນ, ຮອງ​ປະທານ ຄະນະ​ກຳມະການ​ປະຊາຊົນ​ເມືອງ ​ແບກ​ທົງ ​ແຂວງ​ບັກ​ກ້ານ ​ໃຫ້​ຮູ້​ວ່າ:

        “​ບັນດາ​ຕາ​ແສງ​ໃນທົ່ວ​ເມືອງ ​ໄດ້​ຈັດ​ຕັ້ງ​ບຸນປີ​ໃຫມ່​ປູກ​ຕົ້ນ​ໄມ້ ​ ຕິດ​ພັນ​ກັບ​ແຜນການ​ປູກ​ປ່າ. ​ແຜນການ​ປູກ​ປ່າ​ໃນ​ປີ 2014 ນັ້ນ​ແມ່ນ ​ໃນ​ທົ່ວ​ເມືອງ​ຕ້ອງ​ປູກ​ຕົ້ນ​ໄມ້​ໃຫ້​ໄດ້ 1.350 ​ເຮັກຕາ, ຍົກ​ເນື້ອ​ທີ່ປູກປ່າ​​​​ຂຶ້ນ​ເຖິງ 71,5%.”

        ​ໃນ​ວັນ​ດຽວ​ກັນ ຢູ່​ແຂວງ ຮ່າ​ຢາງ, ທັງ​ 11 ​ເມືອງ​ໃນ​ແຂວງ ກໍ​ດຳ​ເນີນ​ການ​ປູກ​ຕົ້ນ​ໄມ້.  ແຂວງ ຮ່າ​ຢາງ ສູ້​ຊົນຮອດ​ປີ 2015 ຈະ​ປູກປ່າ​ໃຫ້​ໄດ້​ໃນ​ເນື້ອ​ທີ່110.000 ​ເຮັກຕາ, ຍົກ​ເນື້ອ​ທີ່ປຸກ​ປ່າ​​ຂອງ​ແຂວງ​ຮ່າ​ຢາງ​​ຂຶ້ນ​ເຖິງ 60%. ​​ໄລຍະ​ຈັດ​ຕັ້ງ​​ບຸນປີ​ໃຫມ່ປູກ​ຕົ້ນ​ໄມ້ ​ແມ່ນ​ເລີ່​ມຕົ້ນ​ແຕ່​ວັນ​ທີ 6/2 ຮອດ​ວັນ​ທີ 28/2/2014.

 

ຂ່າວ/ບົດ​ອື່ນ