ຫວຽດນາມກ່າວປະນາມຢ່າງແຮງການກະທຳນຳໃຊ້ອາວຸດເຄມີ

ຫວຽດນາມກ່າວປະນາມຢ່າງແຮງການກະທຳນຳໃຊ້ອາວຸດເຄມີ  - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລືອ​ງ​ແທນ​ງີ້
ພາບ:internet


 (vovworld)- ວັນ​ທີ 19/9, ທີ່​ການ​ປະຊຸມ​ຂ່າວ​ປະຈຳ​ເດືອນ, ​ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ປະຕິ​ກິລິຍາ​ຂອງ​ຫວຽດນາມ​ກ່ຽວ​ກັບ​ບົດ​ລາຍ​ງານ​ຫວ່າງ​ແລ້ວ​ນີ້ຂອງຄະນະ​ນັກ​ກວດກາ​ຂອງ​ສປຊ ກ່ຽວ​ກັບ​ອາວຸດ​ເຄມີ​ຢູ່ ຊີຣີ ​ແລະ ສັນຍາ​ແມ່​ລະຫວ່າງ ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ກ່ຽວ​ກັບ​​ເລື່ອງດັບ​ສູນ​ອາວຸດ​ເຄມີ​ຢູ່ ຊີ​ຣີ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລືອ​ງ​ແທນ​ງີ້ ຊີ້​ແຈ້ງວ່າ:

        “ຫລັກ​ໝັ້ນ​ຂອງ​ຫວຽດນາມ​ກ່ຽວ​ກັບ​ບັນຫາ​ອາວຸ​ດ​ເຄມີ​ໄດ້​ຍົກ​ອອກ​ຢ່າງ​ຈະ​ແຈ້ງ. ພວກ​ຂ້າພະ​ເຈົ້າ​ກ່າວ​ປະນາມ​ຢ່າງ​ແຮງ​ກ່ຽວ​ກັບ​ການ​ກະທຳ​ນຳ​ໃຊ້​ອາວຸດ​ເຄມີ​ເຂັ່ນຂ້າ​ສາມັນ​ຊົນ ​ແລະ ​ເນັ້ນ​ຫນັກ​ຄວາມ​ຈຳ​ເປັນ​ຕ້ອງ​ເຄົາລົບ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ອາວຸດ​ເຄມີ. ຫວຽດນາມ ຊົມ​ເຊີຍ​ສັນຍາ​ແມ່​ລະຫວ່າງ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​​ທີ່​ໄດ້​ຮັບ​ການ​ລົງ​ນາມ​​ໃນ​ວັນ​ທີ 14/9/2013 ກ່ຽວ​ກັບ​ເລື່ອງ​ດັບ​ສູນ​ສາງ​ອາວຸ​ດ​ເຄມີ​ຂອງ​ຊີຣີ. ຫວຽດນາມ​ປາດ​ຖະຫນາ​ຢາກ​ບັນດາ​ຝ່າຍ​ກ່ຽວຂ້ອງ​ຜັນ​ຂະຫຍາຍ​ສັນຍາ​ດັ່ງກ່າວ​ຢ່າງ​ເຂັ້ມ​ງວດ, ປະກອບສ່ວນ​ແກ້​ໄຂ​ວິ​ກິດ​ການ​ປະຈຸ​ບັນ​ຢູ່​ ຊີຣີ, ນຳ​ມາ​ເຊິ່ງສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃຫ້​ແກ່​ປະຊາຊົນ ຊີຣີ.”

 

 

ຂ່າວ/ບົດ​ອື່ນ