ຫວຽດນາມກ່າວປະນາມເຫດວາງລະເບີດກໍ່ການຮ້າຍຢູ່ສະຖານທູດອີຣານປະຈຳລີບັງ
ທ່ານເລຫາຍບິ່ງ, ຜູ້ຊ່ວຍໂຄສົກກະຊວງການຕ່າງປະເທດ ຫວຽດນາມ
(vovworld) – ວັນທີ 21/11, ໃນການປະຊຸມຂ່າວນັດສະມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ຂໍ້ສັງເກດຂອງຫວຽດນາມ ກ່ຽວກັບເຫດວາງລະເບີດຢູ່ນອກສະຖານທູດ ອີຮານ ປະຈຳ ລີບັງ ເມື່ອວັນທີ 19/11 ຜ່ານມາ, ອັນໄດ້ເຮັດໃຫ້ 23 ຄົນເສຍຊີວິດ ແລະ 146 ຄົນຖືກບາດເຈັບ, ທ່ານເລຫາຍບິ່ງ, ຜູ້ຊ່ວຍໂຄສົກກະຊວງການຕ່າງປະເທດ ຫວຽດນາມ, ຊີ້ແຈ້ງວ່າ:
“ຫວຽດນາມ ກ່າວປະນາມເຫດວາງລະເບີດກໍ່ການຮ້າຍແນໃສ່ສະຖານທູດຂອງ ອີຣານ ປະຈຳ Beiruit, ປະເທດ ລີບັງ ເມື່ອວັນທີ 19/11/2013 ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ. ຫວຽດນາມ ຂໍແບ່ງປັນຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງເຖິງຄອບຄົວບັນດາຜູ້ປະສົບເຄາະຮ້າຍ ແລະ ຖືວ່າບັນດາຜູ້ກໍ່ໂທດກຳຕ້ອງໄດ້ຮັບການລົງໂທດຕາມກົດໝາຍ.”
ກ່ຽວຂ້ອງເຖິງສະພາບຊາວ ຫວຽດນາມ ພວມຖືກຜົນສະທ້ອນຈາກພະຍຸ Haiyan ຢູ່ ຟິລິບປິນ ແລະ ວຽກງານຊ່ວຍເຫຼືອໃນປະຈຸບັນ, ທ່ານ ເລຫາຍບິ່ງ ໃຫ້ຮູ້ວ່າ:
“ມາຮອດປະຈຸບັນ, ສະຖານທູດຫວຽດນາມ ປະຈຳ ຟິລິບປິນ ໄດ້ຕິດຕໍ່ກັບຊາວຫວຽດນາມ ທຸກຄົນທີ່ພວມດຳລົງຊີວິດໃນເຂດຖືກຜົນສະທ້ອນຈາກພະຍຸ. ທຸກຄົນລ້ວນແຕ່ໄດ້ຮັບຄວາມປອດໄພ. ປະຈຸບັນ, ສະຖານທູດ ຫວຽດນາມ ປະຈຳ ຟິລິບປິນ ກໍ່ພວມຕິດຕາມສະພາບການຢ່າງໃກ້ຊິດ ແລະ ສົມທົບກັບອຳນາດການປົກຄອງທ້ອງຖີ່ນຢູ່ຟິລິບປິນ, ບັນດາອົງການມີໜ້າທີ່ກ່ຽວຂ້ອງຢູ່ພາຍໃນປະເທດ ກໍ່ຄືປະຊາຄົມຊາວ ຫວຽດນາມ ຢູ່ ຟິລິບປິນ ເພື່ອສ້າງທຸກໆເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ກຳມະກອນ ຫວຽດນາມ ຢູ່ເຂດຖືກຜົນສະທ້ອນຈາກພະຍຸມີຊີວິດຢ່າງເປັນປົກກະຕິ ຫຼື ອາດຈະກັບເມືອປະເທດຕາມຄວາມມຸ່ງຫວັງຂອງເຂົາເຈົ້າ.”