ຫວຽດນາມຈັດການໂອ້ລົມສົນທະນາກ່ຽວກັບສິດຂອງຜູ້ອອກແຮງງານບົນທະເລຢູ່ສະວິດ
(ພາບປະກອບ)
(vovworld) – ໃນວັນທີ 22/6, ຢູ່ນອກກອງປະຊຸມສາມັນ ຄັ້ງທີ່ 32 ຂອງສະພາສິດທິມະນຸດສະຫະປະຊາຊາດ (LHQ) ຢູ່ສະວິດ, ຄະນະປະຕິບັດງານປະຈຳຂອງຫວຽດນາມ ຢູ່ Genneva ໄດ້ສົມທົບກັບອົງການແຮງງານສາກົນ (ILO) ຈັດຕັ້ງການໂອ້ລົມສົນທະນາສາກົນ ກ່ຽວກັບ “ຮັບປະກັນສິ່ງແວດລ້ອມເຮັດວຽກຢ່າງປອດໄພໃຫ້ແກ່ຜູ້ອອກແຮງງານບົນທະເລ”. ທ່ານ ຫງວຽນຈຸງແທ່ງ ເອກອັກຄະລັດຖະທູດ, ຜູ້ຕາງໜ້າປະຈຳ ຂອງຫວຽດນາມ ຄຽງຂ້າງ LHQ, ເປັນປະທານການໂອ້ລົມສົນທະນາ ຮ່ວມກັບ ທ່ານ Brandt Wagner, ຫົວໜ້າພາກສ່ວນເດີນທະເລ ແລະ ຂົນສົ່ງ, ກົມນະໂຍບາຍຂອງ ILO. ເຂົ້າຮ່ວມເຫດການນີ້ ມີຜູ້ຕາງໜ້າ ຄະນະປະຈຳ ຢູ່ Genneva ແລະ ບັນດາອົງການສາກົນທີ່ກ່ຽວຂ້ອງ ກວ່າ 30 ຄະນະ. ບັນດາຜູ້ແທນ ເຂົ້າຮ່ວມການໂອ້ລົມສົນທະນາ ໄດ້ຕີລາຄາສູງຄວາມມານະພະຍາຍາມ ຂອງຫວຽດນາມ ແລະ ILO ໃນການຈັດການໂອ້ລົມສົນທະນາ ດ້ວຍຫົວຂໍ້ແທດຈິງນີ້, ເປັນຕົນແມ່ນໃນສະຖານະການ ສິດຂອງຜູ້ອອກແຮງງານບົນທະເລ ຢູ່ພາກພື້ນອາຊີຕາເວັນອອກ ເວົ້າສະເພາະ ແລະ ໃນໂລກເວົ້າລວມ ພວມປະເຊີນໜ້າກັບຄວາມທ້າທາຍຫຼາຍຢ່າງ. ຄຽງຄູ່ກັນນັ້ນ, ຜູ້ແທນບາງທ່ານ ກໍ່ແບ່ງປັນບົດຮຽນ ໃນບັນຫານີ້.
ສີ້ນສຸດການໂອ້ລົມສົນທະນາ, ທ່ານ ຫງວຽນຈຸງແທ່ງ ເອກອັກຄະລັດຖະທູດ ໄດ້ຍົກບາງຂໍ້ສະເໜີແນະ ເຊັ່ນ: ຍູ້ແຮງການຮ່ວມມືສາກົນ ກ່ຽວກັບການຕ້ານໂຈນສະຫຼັດ, ກູ້ໄພກູ້ຊີບ; ປະຊາຄົມສາກົນຕັ້ງໜ້າຄົ້ນຄວ້າກໍ່ສ້າງ, ປັບປຸງບາງກົນໄກສາກົນ ທີ່ສາມາດເປັນໄປໄດ້ ເພື່ອຮັບປະກັນສິດຜົນປະໂຫຍດ ຂອງຊາວປະມົງ.