ຫວຽດນາມຈັດຕັ້ງເວທີປາໄສສະພາບແວດລ້ອມດຳເນີນທຸລະກິດສະບຽງອາຫານແລະກະສິກຳອາຊຽນ

ຫວຽດນາມຈັດຕັ້ງເວທີປາໄສສະພາບແວດລ້ອມດຳເນີນທຸລະກິດສະບຽງອາຫານແລະກະສິກຳອາຊຽນ - ảnh 1
(ພາບປະກອບ)

​(vovworld) - ທ່ານ​ນາຍົກລັດຖະມົນຕີຫວຽດນາມ ​ໄດ້​ເຫັນ​ດີ​ກັບ​ແຜນ​ນະ​ໂຍບາຍ​ຂອງ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ເປັນຜູ້​ຮັບຜິດຊອບ​ການສົມທົບ​ກັບ 2 ກະຊວງ​ຄື: ກະຊວງ​ການ​ຕ່າງປະ​ເທດ ​ແລະ ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ, ກອງ​ທຶນ​​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້​ອມສາກົນ ​ແລະ ບັນດາ​ອົງການ, ທ້ອງ​ຖິ່ນ​ທີ່​ກ່ຽວຂ້ອງ ຈັດ​ຕັ້ງ “​ເວທີ​ປາ​ໄສ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດ​ສະບຽງ​ອາ​ຫານ​ ແລະ​ ກະສິກຳ​ອາ​ຊຽນ ພາຍຫຼັງປີ 2015”. ​ເວທີ​ປາ​ໄສ​ຈະ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ໃນ​ລະຫວ່າງ​ວັນ​ທີ 23 – 25/06. ​ມີຜູ້​ແທນ​​ແຕ່ 350 – 400 ຄົນເຂົ້າ​ຮ່ວມ​ເວທີ​ປາ​ໄສ​, ​ໃນ​ນັ້ນ​ທີ​ຜູ້​ແທນ​ພາຍ​ໃນ​ປະ​ເທດ 200 ຄົນ ​ແລະ ຜູ້​ແທນ​ມາ​ຈາກ​ຕ່າງປະ​ເທດ 150 – 200 ຄົນ, ​ລວມທັງ​ບັນດາ​ລັດຖະມົນຕີ​ວ່າການ​ຜູ້​ຮັບຜິດຊອບ​ຂົງ​ເຂດ​ກະສິກຳ, ປ່າ​ໄມ້, ການ​ປະມົງ ​ໃນ​ພາກ​ພື້ນ​ອາ​ຊຽນ, ທ່ານ​ເລຂາ​ທິ​ການ​ໃຫຍ່​ອາ​ຊຽນ, ຜູ້​ຕາງ​ໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ສາກົນ… ທີ່​ເວທີ​ປາ​ໄສ, ​ຜູ້​ແທນ​ຈະ​ແບ່ງປັນ​ຂໍ້​ມູນ, ສະ​ເໜີບັນດາ​ນະ​ໂຍບາຍ​ເພີ່ມ​ທະວີ​ການ​ຜະລິດ​ດ້ານກະສິກຳ, ປັບປຸງ​ສະພາບທຳ​ມາ​ຫາ​ກິນ ​ແລະ ຫຼຸດຜ່ອນ​ຜົນ​ກະທົບ​ຈາກ​ສິ່ງ​ແວດ​ລ້ອມ…

ຂ່າວ/ບົດ​ອື່ນ