ຫວຽດນາມຈະເຂົ້າຮ່ວມໂຄງການດຳເນີນງານພັດທະນາພາຍຫຼັງປີ 2015 ຂອງສະຫະປະຊາຊາດ ຢ່າງຕັ້ງໜ້າ
(ທ່ານເອກອັກຄະລັດຖະທູດເລຮວ່າຍຈູງ)
(vovworld) - ທີ່ສະຫະປະຊາຊາດ, ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 68, ຄະນະກຳມະການບັນດາບັນຫາເສດຖະກິດ ແລະ ການເງິນ (ຄະນະກຳມະການ 2) ຂອງສະຫະປະຊາຊາດ ໄດ້ປືດວາລະປຶກສາຫາລືລວມ ໃນລະຫວ່າງວັນທີ 9, 10 ແລະ 11 ຕຸລາ, ຢູ່ສຳນັກງານສະຫະປະຊາຊາດ ທີ່ນິວຢອກ, ເພື່ອປຶກສາຫາລືກ່ຽວກັບສະພາບເສດຖະກິດ, ການເງິນທົ່ວໂລກ ແລະ ຍົກອອກບັນດາມາດຕະການນຳພື້ນຖານເສດຖະກິດໂລກຫຼຸດພົ້ນອອກຈາກສະພາບຫຍຸ້ງຍາກທີ່ແກ່ຍາວມາເປັນເວລາ 2 – 3 ປີຜ່ານມາ. ຜູ້ຕາງນ້າບັນດາປະເທດໄດ້ຍົກອອກທັດສະນະກ່ຽວກັບການສ້າງໂຄງການດຳເນີນງານພັດທະນາພາຍຫຼັງປີ 2015, ເຊິ່ງໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາຈຸດໝາຍລວມຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 68.
ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານເອກອັກຄະລັດຖະທູດ ເລຮວ່າຍຈູງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຊົມເຊີຍບັນດາວິວັດການທີ່ພວມດຳເນີນ ເພື່ອແນໃສ່ສ້າງໂຄງການດຳເນີນງານພັດທະນາພາຍຫຼັງປີ 2015, ໃນນັ້ນເນັ້ນໜັກວ່າ ການພັດທະນາຢ່າງໝັ້ນຂົງ ແມ່ນຈຸດສຸມຂອງໂຄງການດຳເນີນງານຄັ້ງນີ້, ພ້ອມທັງເອົາໃຈໃສ່ເປັນພິເສດເຖິງການສ້າງສະພາບແວດລ້ອມດ້ານການຄ້າ, ການເງິນສາກົນທີ່ສະດວກສະບາຍ. ທ່ານເອກອັກຄະລັດຖະທູດ ຊີ້ແຈ້ງວ່າ, ຫວຽດນາມ ແບ່ງປັນທັດສະນະຂອງຫຼາຍປະເທດ, ພິເສດແມ່ນບັນດາປະເທດພວມພັດທະນາ ກ່ຽວກັບການຮັບປະກັນລັກສະນະລະຫວ່າງລັດຖະບານ ຂອງວິວັດການສ້າງໂຄງການສຳດຳເນີນງານ ພັດທະນາພາຍຫຼັງປີ 2015 ແລະ ບັນດາຫຼັກການສະເໝີພາບ, ແບ່ງປັນໜ້າທີ່ຮັບຜິດຊອບລວມ.