ຫວຽດນາມຊົມເຊີຍວັນສະແດງບົນເວທີໂລກ 27/3

 ຫວຽດນາມຊົມເຊີຍວັນສະແດງບົນເວທີໂລກ 27/3 - ảnh 1
ການເຄື່ອນໄຫວຊົມເຊີຍວັນສະແດງບົນເວທີໂລກ
ພາບ:internet


(vovworld) -  ລາຍການ​ສະ​ແດງ​ສິລະ​ປະ​ຕອບ​ສະຫນອງ​ວັນ​ສະ​ແດງ​ບົນ​ເວທີ​ໂລກ​ຂອງ​ສະມາຄົມ​ນັກ​ສິລະ​ປິນສະ​ແດງ​ບົນ​ເວທີ ຫວຽດນາມ ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 27/3 ຢູ່ ຮ່າ​ໂນ້ຍ. ປີ 1962,  ສະຫະ​ສະມາຄົມ​ສະ​ແດງ​ບົນ​ເວທີ​ໂລກ ​ໄດ້​ເລ​ືອກ​ເອົາ​ວັນ​ທີ 27/3 ​ແມ່ນ​ວັນ​ສະ​ແດ​ງບົນ​ເວທີ​ໂລກ. ສະຫະ​ສະມາຄົມ​ສະ​ແດງ​ບົນ​ເວທີ​​ໂລກ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ເພື່ອ​ເນັ້ນ​ຫນັກ​ເຖິງ​ບົດບາດ​ຂອງ​ສິລະ​ປະການ​ສະ​ແດງບົນ​ເວທີ​ໃນ​ການ​ພັດທະນາ​ດ້ານວັດທະນະທຳ​ຂອງ​ມວນ​ມະນຸດ ​ແລະ ​ເຊີດ​ຊູ​ຮູບ​ການ​ສິລະ​ປະ​ສະ​ແດງ​ບົນ​ເວທີ​ໃນ​ທ່ົວ​ໂລກ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ນັກ​ສິລະ​ປິນປະຊາ​ຊົນ ​ເລ​ຕຽນ​ທໍ້, ປະທານ​ສະມາຄົມ​ນັກ​ສິລະ​ປິນ​ສະ​ແດງ​ບົນ​ເວທີ ຫວຽດນາມ ​ໃຫ​້ຮູ້​ວ່າ:

        “ສະມາຄົມ​ນັກ​ສິລະ​ປິນສະ​ແດງ​ບົນ​ເວທີ ຫວຽດນາມ ​ໄດ້​ເຂົ້າ​​ເປັນ​ສະມາຊິກ​ຂອງ​ສະຫະ​ສະມາຄົມ​ສະ​ແດງ​ບົນ​ເວທີ​ໂລກ​ເມື່ອ​ປີ 2004 . ຫວຽດນາມ ​ໄດ້​ເຂົ້າຮ່ວມ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະຫະ​ສະມາຄົມ​ສະ​ແດງ​ບົນ​ເວທີ​ໂລກ ​ແລະ ​ໄດ້​ປະສານສົມທົບ​ກັບ​ອົງການ​ດັ່ງກ່າວເພື່ອ​ຈັດ​ງານ​ມະ​ໂຫລານ​ສະ​ແດງ​ບົນ​ເວທີ​ຢູ່ ຮ່າ​ໂນ້ຍ. ມີ​ຫລາຍຮູບ​ການສະ​ແດງ​ບົນ​ເວທີ​ຂອງຫວຽດນາມ ​​ເຂົ້າ​ຮ່ວມ​​ງານ​ມະ​ໂຫລານ, ການ​ປະ​ກວດ​ຕ່າງໆ​ໄດ້​ຮັບ​ຫລຽນ​ຄຳ, ຫລຽນ​ເງິນ​ຫລາຍຫລຽນຈາກ​ສາກົນ, ປະກອບສ່ວນ​ແນະນຳ​ພື້ນຖານ​ວັດທະນະທຳ ຫວຽດນາມ ໃຫ້ແກ່ເພື່ອ​ນມິດສາ​ກົນ.”

 

ຂ່າວ/ບົດ​ອື່ນ