ພິທີເລີ່ມລົງມືກໍ່ສ້າງສູນ ຜ່າຕັດປິ່ນປົວຟື້ນຟູອະໄວຍະວະ
|
(vovworld)- ວັນທີ 28/8, ຢູ່ບ້ານເກີນ, ເມືອງທຸລະຄົມ, ແຂວງວຽງຈັນໄດ້ ຈັດພິທີເລີ່ມລົງມືກໍ່ສ້າງສູນ ຜ່າຕັດປິ່ນປົວຟື້ນຟູອະໄວຍະວະໃຫ້ແກ່ທະຫານເສຍອົງຄະ ແລະ ຄົນພິການ. ໂຄງການນີ້ໄດ້ຮັບການ ກໍ່ສ້າງດ້ວຍແຫຼ່ງທຶນຊ່ວຍເຫຼືອລ້າ ຂອງລັດຖະບານຫວຽດນາມທີ່ສະຫງວນໃຫ້ແກ່ລັດຖະບານລາວດ້ວຍຍອດເງິນລົງທຶນກວ່າ 48 ຕື້ດົງ. ຄາດວ່າ ໂຄງການຈະເຂົ້າສູ່ການເຄື່ອນໄຫວໃນປີ 2016. ກ່າວຄຳເຫັນທີ່ພິທີເລີ່ມລົງມືກໍ່ສ້າງ, ທ່ານຮອງລັດຖະມົນຕີກະຊວງແຮງງານສະຫວັດດີການສັງຄົມລາວ ໃບຄຳ ຂັດຕິຍະ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ພັກ, ລັດ ແລະ ລັດຖະບານຫວຽດນາມເວົ້າລວມ ແລະ ກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມເວົ້າສະເພາະ ຊຶ່ງໄດ້ໜູນຊ່ວຍກໍ່ສ້າງໂຄງການ, ສ້າງຄວາມສະດວກໃຫ້ແກ່ທະຫານເສຍອົງຄະ ແລະ ຄົນພິການມີເງື່ອນໄຂຟື້ນຟູສຸຂະພາບ, ເຊື່ອມໂຍງເຂົ້າກັບສັງຄົມ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມໃຫ້ນັບມື້ນັບໝັ້ນຄົງ.