(vovworld) – ຕອນຄຳ່ວັນທີ 18/6, ຢູ່ນະຄອນຫຼວງ ວຽງຈັນ, ທະນາຄານການຄ້າຫຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ໄດ້ຈັດຕັ້ງພິທີກວດຄືນ, ມອບຮັບໂຄງການໜູນຊ່ວຍພັດທະນາລະບົບໄອທີໃຫ້ຫ້ອງວ່າການລັດຖະບານລາວ. ໂຄງການໜູນຊ່ວຍພັດທະນາລະບົບໄອທີໃຫ້ຫ້ອງວ່າການລັດຖະບານລາວ ລວມມີ: ການບຳລຸງສ້າງ, ຍົກສູງລະດັບຄວາມຮູ້ໃຫ້ພະນັກງານໄອທີ, ປະກອບອຸປະກອນ ແລະ ສ້າງລະບົບ Email ໃຊ້ສະເພາະໃຫ້ຫ້ອງວ່າການລັດຖະບານລາວ, ດ້ວຍຍອດມູນຄ່າກວ່າ 83.000 USD. ດ້ວຍການໜູນຊ່ວຍຂອງ BIDV, ພື້ນຖານໄອທີຂອງຫ້ອງວ່າການລັດຖະບານໄດ້ຮັບການຍົກລະດັບເປັນທັນສະໄໝ, ເພີ່ມລັກສະນະຮັກສາຄວາມລັບ, ຮັບໃຊ້ໃຫ້ການເຄື່ອນໄຫວເປັນປະຈຳຂອງອົງການເປັນຢ່າງດີ. ນີ້ກໍແມ່ນຂົງເຂດ ເຊິ່ງລັດຖະບານລາວ ພວມຕ້ອງການລົງທຶນເພື່ອພັດທະນາ, ຄ່ອຍໆທຽບທັນກັບລະດັບໄອທີທີ່ທັນສະໄໝໃນພາກພື້ນ.