ຫວຽດນາມຍົກສູງ ຄຸນນະພາບປະຊາກອນ ເທື່ອລະກ້າວ

ຫວຽດນາມຍົກສູງ ຄຸນນະພາບປະຊາກອນ ເທື່ອລະກ້າວ - ảnh 1
(ພາບ: thanhtra.com.vn)

50 ປີຜ່ານມາ, ວຽກ​ງານ​ປະຊາກອນ, ວາງ​ແຜນ​ຄອບ​ຄົວ​ບັນລຸ​ໄດ້​ບັນດາ​ໝາກຜົນ​ສຳຄັນ​ຄື: ​ໂຄງງ​ປະກອບ​ປະຊາກອນ​ຕາມອາ​ຍຸ​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ, ອາຍຸ​ຍືນສະ​ເລ່ຍ​ໄດ້​ສູງ​ຂຶ້ນ, ສະພາບ​ການ​​ເພິ່ມປະຊາກອນ​​ໄວໄດ້​ຮັບ​ການ​ຄວບ​ຄຸມ​ໂດຍ​ພື້ນຖານ. ຈຳນວນລູກ​ຂອງ​ຄູ່​ຜົວ​ເມຍໜຶ່ງ​ຫຼຸດ​​ຈາກ 6 ຄົນ​ໃນ​ປີ 1960 ລົງ​ເຫຼືອ​ພຽງ 2 ຄົນ​ໃນ​ປີ 2009. ນັ້ນ​ແມ່ນ​ຂໍ້​ມູນ​ຂ່າວ​​ໂດຍ​ທ່ານ ​ເຢືອງກວກຈ້ອງ ຫົວໜ້າກົມ​ໃຫຍ່ກົມ ປະຊາກອນ - ວາງ​ແຜນ​ຄອບ​ຄົວ ສັງ​ກັດ ກະຊວງ​ສາທາລະນະ​ສຸກຫວຽດນາມ ຍົກ​ອອກ​ມາ​ໃນ​ການ​ປະຊຸມ​ຂ່າວ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຂອງຂະ​ແໜງ ປະຊາກອນ - ວາງ​ແຜນ​ຄອບ​ຄົວ (ຄື​ວັນ​ທີ 26/12/1961 – 26/12/2011) ​ແລະ ປຸກ​ລະດົ​ມ​ເດືອນ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ກ່ຽວ​ກັບ​ປະຊາກອນ ປີ 2011 ​ເຊິ່ງຖື​ກດ​ຳ​ເນ​ີນ​ໃນ​ຕອນ​ເຊົ້າ​ວັນ​ທີ 30/11 ຢູ່​ຮ່າ​ໂນ້ຍ. ທ່ານ​ເຢືອງກວກຈ້ອງ ​ໃຫ້​ຮູ້​ວ່າ: ໃນ​ໄລຍະ​ຜ່ານ​ມາ, ຫວຽດນາມ​ໄດ້​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ເຖິງ​ເລື່ອງ​ຫຼຸດຜ່ອນ​ອັດຕາການ​ເກີດ​. ​ຈາກປະຖົມ​ປັດ​ໃຈ​ນີ້, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ຄວາມ​ຮ້ອນ​ເຮັ່ງ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ອັດຕາການ​ເກີດ​ຈະ​ບໍ່​ສູງ​ອີກ.​ ​ແຕ່​ປະຈຸ​ບັນ, ​ເຖິງເວລາ​​ແລ້ວເພື່ອ​​ໃຫ້ພວກ​ເຮົາ​ຜັນ​ຂະຫຍາຍ​ບັນດາ​ຂົງ​ເຂດ​ຕ່າງ​ກັນ​ຂອງ​ວຽກ​ງານ​ປະຊາກອນ. ນັ້ນ​ແມ່ນ​ມາດ​ຕະການ​ຄົບ​ຊຸດ​ກ່ຽວ​ກັບບັນດາ​ບັນຫາ​ປະຊາກອນ ​ແລະ ​ເບິ່ງ​ແຍງ​ດູ​ແລ​ສຸຂະ​ພາບ​ຂອງ​ແມ່ ​ແລ​ະ ​ເດັກ

​ໃນ​ການ​ປະຊຸມ​ຂ່າວ, ກົມ​ໃຫຍ່​ປະຊາກອນ - ວາງ​ແຜນ​ຄອບຄົວ​ກໍ່​ໄດ້​ປຸກລະດົ​ມ​ເດືອນ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ກ່ຽວ​ກັບ ປະຊາກອນ ປີ 2011. ​ໃນ​ເດືອນ​​ເຄື່ອນ​ໄຫວ​ນີ້ ຈະ​ມີ​ບັນດາ​ເຫດການ​, ການ​ເຄື​່ອນ​ໄຫວ​ຕ່າງໆ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮູ້​ກ່ຽວ​ກັບ​ບົດບາດໜ້າ​ທີ່, ຄວາມ​ໝາ​ຍ, ຄວາມ​ສຳຄັນ​ຂອງ​ວຽກ​ງານ​ປະຊາກອນ​ທີ່​ມີ​ຕໍ່ສຸຂະພາບ, ຄວາມ​ຜາ​ສຸກ​ຂອງ​ແຕ່ລະຄົນ, ​ແຕ່​ລະ​ຄອບຄົວ ​ແລະ ​ແມ່ນ​ການ​ພັດທະນາ​​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ