ທ່ານ ໂດ໋ຮວ່າງແອັງຕ໋ວນ ຮອງລັດຖະມົນຕີກະຊວງການເງິນຫວຽດນາມ
(ພາບ: Hoàng Hải/TTXVN)
|
(vovworld)- ວັນທີ 15/11, ກອງປະຊຸມສົ່ງເສີມການລົງທຶນ ຂອງບັນດາລັດຖະມົນຕີການເງິນອາຊຽນ ຄັ້ງທີ 11 (AFMIS 11), ໄດ້ດຳເນີນ ຢູ່ນະຄອນຫຼວງ Jakarta, ອິນໂດເນເຊຍ. ດ້ວຍຫົວຂໍ້ “ອາຊຽນ: ພາກພື້ນຂະຫຍັນຂັນເຄື່ອນ, ພື້ນຟູ ແລະ ກວມລວມ”, AFMIS 11 ສຸມໃສ່ກາລະໂອກາດການລົງທຶນຂອງພາກພື້ນ, ຄົ້ນຫາການພັດທະນາຂອງຕະຫຼາດການເງິນ ແລະ ຄວາມສາມາດບົ່ມຊ້ອນ ຂອງບັນດາພື້ນຖານເສດຖະກິດການຕະຫຼາດຫາກໍ່ພົ້ນເດັ່ນຢູ່ອາຊີ. ຄະນະຜູ້ແທນຫວຽດນາມ ໂດຍ ທ່ານ ໂດ໋ຮວ່າງແອັງຕ໋ວນ ຮອງລັດຖະມົນຕີກະຊວງການເງິນຫວຽດນາມ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ກ່າວຄວາມເຫັນທີ່ກອງປະຊຸມຄົບຄະນະ ທ່ານ ໂດ໋ຮວ່າງແອັງຕ໋ວນ ຮອງລັດຖະມົນຕີກະຊວງການເງິນຫວຽດນາມ ໄດ້ແບ່ງປັນ ທັດສະນະບາງຢ່າງ ກ່ຽວກັບບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ສຳລັບບັນດາປະເທດໃນພາກພື້ນ ເວົ້າລວມ ແລະ ເສດຖະກິດຫວຽດນາມ ເວົ້າສະເພາະ ພວມຕ້ອງປະເຊີນໜ້າ; ມາດຕະການນະໂຍບາຍບາງຢ່າງ ເຊິ່ງບັນດາປະເທດໃນພາກພື້ນ ແລະ ຫວຽດນາມ ສາມາດປະຕິບັດ ເພື່ອຮັບມືກັບຄວາມຫຍຸ້ງຍາກ ແລະ ຍາດແຍ່ງບັນດາກາລະໂອກາດໃນການພັດທະນາຢ່າງສຳເລັດຜົນ.