ຫວຽດນາມຍາດສິດເຂົ້າຮ່ວມການແຂ່ງຂັນໝາກຮຸກສາກົນປີ 2015
ນັກແຂ່ງຂັນໝາກຮຸກຫວຽດນາມ 3 ຄົນ ຍາດໄດ້ໄຊຊະນະ
ເພື່ອເຂົ້າຮ່ວມການແຂ່ງຂັນໝາກຮຸກສາກົນປີ 2015
(ພາບ: dantri.com.vn)
(vovworld) – ພາຍຫຼັງແຂ່ງຂັນເປັນເວລາໜຶ່ງສັບປະດາ, ຢູ່ນະຄອນໂຮ່ຈິມິນ, ວັນທີ 15/03, ການແຂ່ງຂັນໝາກຮຸກສາກົນຮອບຄັດເລືອກ - ເຂດ 3.3 ສິ້ນສຸດລົງ, ດ້ວຍໄຊຊະນະແມ່ນຂຶ້ນກັບຫວຽດນາມ. ນັກແຂ່ງຂັນໝາກຮຸກຫວຽດນາມ 3 ຄົນ ຍາດໄດ້ໄຊຊະນະເພື່ອເຂົ້າຮ່ວມການແຂ່ງຂັນໝາກຮຸກສາກົນປີ 2015. ນັ້ນແມ່ນ ເລກວາງລຽມ, ຫງວຽນງອກເຈື່ອງເຊີນ ແລະ ຟ້າມເລທ້າວງວຽນ.
ເຂົ້າຮ່ວມການແຂ່ງຂັນໝາກຮຸກສາກົນຮອບຄັດເລືອກ - ເຂດ 3.3 ປີ 2015, ມີການເຂົ້າຮ່ວມຂອງນັກແຂ່ງຂັນໝາກຮຸກຊາຍ 44 ຄົນ ແລະ ຍິງ 20 ຄົນທີ່ມາຈາກ ສ.ເກົາຫຼີ, ມົງກົນ, ໄທ, ມຽນມາ, ຟີລິບປີນ, ສິງກະໂປ ແລະ ຫວຽດນາມ.