ຫວຽດນາມຍາດໄດ້ 2 ຫຼຽນທອງ ທີ່ການເສັງ IEYI ສາກົນປີ 2012
Xuan Son ນັກຂ່າວ VOV ປະຈຳໄທ -  
“ຈັກຕັດຫຼາຍຄຸນປະໂຫຍດ“ ຂອງຫວຽດນາມ ໄດ້ຮັບຫຼຽນທອງ
(ພາບ:vov.vn)
( vovworld ) – ໃນການເສັງ-ງານວາງສະແດງປະດິດສ້າງວິທະຍາສາດເຕັກໂນໂລຊີໜຸ່ມສາກົນຄັງທີ 8 ປີ 2012 (IEYI Thailand 2012) ຈັດຂຶ້ນຢູ່ປະເທດໄທ, 2 ຮູບແບບ ຂອງຫວຽດນາມ ໄດ້ຮັບຫຼຽນທອງ ນັ້ນແມ່ນ “ຈັກຕັດຫຼາຍຄຸນປະໂຫຍດ“ ເພື່ອຕັດຜືໃນທົ່ງນາ ແລະ ສາມາດກ່ຽວເຂົ້າໄດ້ຂອງນ້ອງ Le Xuan Thu ຢູ່ໂຮງຮຽນມັດທະຍົມຕອນປາຍ Kim Son B ແຂວງ Ninh Binh ແລະ ຮູບແບບ “ຢາປາບສັດຕູພືດຊີວະພາບ“ ເພື່ອແນໃສ່ຫຼຸດຜ່ອນມົນລະພິດສິ່ງແວດລ້ອມຂອງນອ້ງ Le Bao Ngoc ຢູ່ໂຮງຮຽນມັດທະຍົມຕອນປາຍ Bao Loc ແຂວງ Lam Dong. ເຂົ້າຮ່ວມການເສັງປີນີ້ມີ 9 ປະເທດ ແລະ ເຂດແຄ້ວນຄື: ໄທ, ຫວຽດນາມ, ຍິ່ປຸ່ນ, ມາເລເຊຍ, ຮົງກົງ, ໄຕ້ຫວັນ (ຈີນ), ສິງກະໂປ, ອິນໂດເນເຊຍ ແລະ ຟິລິບປິນ.
Xuan Son ນັກຂ່າວ VOV ປະຈຳໄທ