ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງຕ້ອນຮັບອະດີດເລຂາທິການໃຫຍ່ IPU Anders B Johnsson
|
(vovworld) - ຫວຽດນາມ ຍາມໃດກໍ່ຕັ້ງໜ້າພ້ອມກັບລັດຖະສະພາປະເທດຕ່າງໆສ້າງໂລກແຫ່ງສັນຕິພາບ, ເອກະລາດ, ເສລີພາບ ແລະ ພັດທະນາ, ນັ້ນແມ່ນຄຳຢືນຢັນຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ທີ່ການຕ້ອນຮັບອະດີດເລຂາທິການໃຫຍ່ IPU Anders B Johnsson ໃນຕອນບ່າຍວັນທີ 26/3 ຢູ່ສຳນັກງານສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ຫວັງວ່າ, ຈະສືບຕໍ່ໄດ້ຮັບຄວາມເຫັນປະກອບຂອງທ່ານ Anders B Johnsson ໃນວິວັດແຫ່ງການຈັດຕັ້ງກອງປະຊຸມໃຫຍ່ IPU 132, ພິເສດແມ່ນບັນດາເນື້ອໃນ, ລາຍການດຳເນີນງານຂອງກອງປະຊຸມໃຫຍ່. ທ່ານກໍ່ໄດ້ແຈ້ງກ່ຽວກັບຜົນແຫ່ງວຽກງານກະກຽມ IPU 132, ຫວຽດນາມປາຖະໜາຢາກສືບຕໍ່ປະກອບສ່ວນໃຫ້ແກ່ການພັດທະນາຂອງ IPU ໃນການຕີລາຄາຜົນແຫ່ງການປະຕິບັດບັນດາຄາດໝາຍພັດທະນາສະຫັດຕະວັດ ແລະ ປຶກສາຫາລືວາງອອກບັນດາຄາດໝາຍພັດທະນາຢ່າງໝັ້ນຄົງໃນໄລຍະຫຼັງປີ 2015. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ຫວັງວ່າ, ດ້ວຍບົດຮຽນເຂົ້າຮ່ວມວຽກງານໃນຄະນະເລຂາ IPU ມາຫຼາຍປີ, ທ່ານ Anders B Johnsson ສືບຕໍ່ໜູນຊ່ວຍ ແລະ ສະໜັບສະໜູນສະພາແຫ່ງຊາດຫວຽດນາມ ໃນການເປີດກວ້າງການພົວພັນຮ່ວມມືກັບສາກົນ, ປະກອບສ່ວນຫຼາຍກວ່າອີກເຂົ້າໃນບັນດາຄາດໝາຍພັດທະນາລວມຂອງ IPU ແລະ ໂລກ.
ເມື່ອຕີລາຄາສູງວຽກງານກະກຽມໃຫ້ເຫດການ IPU 132 ຂອງປະເທດເຈົ້າພາບຫວຽດນາມ, ທ່ານ Anders B Johnsson ຢືນຢັນວ່າ ສະພາແຫ່ງຊາດຫວຽດນາມ ຈະຈັດຕັ້ງເຫດການນີ້ສຳເລັດຜົນ, ຜ່ານນັ້ນ, ເສີມຂະຫຍາຍບົດບາດ, ທີ່ຕັ້ງໃນເວທີສາກົນກວ່າອີກ.