(ທ່ານລັດຖະມົນຕີວ່າການກະຊວງ
ການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ)
(vovworld) - ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນ ຫວຽດນາມກາຍເປັນສະມາຊິກອາຊຽນ ຢ່າງເປັນທາງການ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າອາຊຽນ. ທ່ານຖືວ່າ: 20 ປີຜ່ານມາ ໄດ້ຂີດໝາຍບັນດາບາດກ້າວພັດທະນາກະໂດດຂັ້ນຂອງຫວຽດນາມ ໃນທຸກຂົງເຂດ ເຂົ້າໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ສິ່ງດັ່ງກ່າວໄດ້ປະກອບສ່ວນບໍ່ໜ້ອຍ ເຂົ້າໃນວິວັດແຫ່ງການພັດທະນາຢ່າງໝັ້ນຄົງ, ຮັກສາລັກສະນະເປັນເອກະພາບໃນຫຼາຍຮູບຫຼາຍແບບຂອງອາຊຽນ, ພ້ອມທັງຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ ເພື່ອສາມາດຜ່ານຜ່າການທ້າທາຍຕ່າງໆໃນອະນາຄົດ.
“ກ່ອນນີ້ 20 ປີ ຫວຽດນາມ ຕົກລົງເຂົ້າເປັນສະມາຊິກອາຊຽນ. ນີ້ແມ່ນການຕົກລົງຢ່າງຖືກຕ້ອງ ແລະ ສະຫຼາດສະຫຼຽວຂອງພັກ, ລັດ. ຂໍ້ຕົກລົງດັ່ງກ່າວໄດ້ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອໃຫ້ປະເທດພວກເຮົາພັດທະນາໃນ 20 ປີຜ່ານມາ. ນີ້ກໍ່ແມ່ນແຜນນະໂຍບາຍປະຕິບັດແນວທາງຂອງຫວຽດນາມ ແມ່ນຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ. ນີ້ກໍ່ແມ່ນແຜນນະໂຍບາຍທຳອິດທີ່ຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ. ອາດເວົ້າໄດ້ວ່າ ນີ້ແມ່ນຂໍ້ຕົກລົງທີ່ໄດ້ໄຂຈີນຕະນາການພົວພັນຕ່າງປະເທດໃນການເຊື່ອມໂຍງກັບສາກົນ“.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງຖືວ່າ, ທ້າຍປີນີ້, ເມື່ອປະຊາຄົມອາຊຽນໄດ້ຮັບການສ້າງຕັ້ງ, ຫວຽດນາມ ຕ້ອງຕັ້ງໜ້າກວ່າອີກ, ປະກອບສ່ວນເຂົ້າໃນການເຄື່ອນໄຫວຂອງອາຊຽນ ເພື່ອຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.