ທ່ານ ເຈີນແທງເໝີນ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
ພາບ:congly.com
|
(vovworld)- ຕອນບ່າຍວັນທີ 22/2 ຢູ່ ຮ່າໂນ້ຍ, ທ່ານ ເຈີນແທງເໝີນ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕ້ອນຮັບທ່ານ Kyoichi Sugino, ຮອງເລຂາທິການໃຫຍ່ ອົງການສາສະຫນາສາກົນເພື່ອສັນຕິພາບພວມຢູ່ຢ້ຽມຢາມຫວຽດນາມ. ນະທີ່ນີ້ ທ່ານ ເຈີນແທງເໝີນ ໃຫ້ຮູ້ວ່າ: ມາຮອດປະຈຸບັນ ຫວຽດນາມ ໄດ້ຮັບຮອງ 40 ອົງການສາສະຫນາ ທີ່ຂຶ້ນກັບ 14 ສາສະຫນາ. ນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງພັກ, ລັດຫວຽດນາມ ແມ່ນຍາມໃດກໍເຄົາລົບ, ຮັບປະກັນສິດເສລີໃນການເຊື່ອຖືສາສະຫນາ ແລະ ສິດເສລີໃນການບໍ່ເຊື່ອຖືສາສະຫນາຂອງປະຊາຊົນທຸກຄົນ. ໃນຊຸມປີຜ່ານມາ, ບັນດາສາສະຫນາຢູ່ຫວຽດນາມ ໄດ້ຕັ້ງຫນ້າເຂົ້າຮ່ວມການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ບັນດາຂະບວນການແຂ່ງຂັນຮັກຊາດ, ການຂົນຂວາຍ ແລະ ການເຄື່ອນໄຫວກຸສົນສັງຄົມ, ສາທາລະນະສຸກ, ອຸປະກະລະສັງຄົມ ແລະ ສອນວິຊາຊີບ. ທ່ານ Kyoichi Sugino ປາດຖະຫນາຢາກໄດ້ຮັບຄວາມເອົາໃຈໃສ່ຈາກຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໃນການເຂົ້າຮ່ວມ, ຮ່ວມມືໃນຂົງເຂດສາສະຫນາ, ສ້າງພື້ນຖານໃຫ້ແກ່ການຮ່ວມມືກັບບັນດາສາສະຫນາຢູ່ຫວຽດນາມ ເວົ້າສະເພາະ ແລະ ບັນດາສາສະຫນາຢູ່ ອາຊີຕາເວັນອອກສ່ຽງໃຕ້ເວົ້າລວມ.