ຫວຽດນາມຕັ້ງໜ້າເຄື່ອນໄຫວຢູ່ກອງປະຊຸມຂອງສະພາສິດທິມະນຸດສປຊ

ຫວຽດນາມຕັ້ງໜ້າເຄື່ອນໄຫວຢູ່ກອງປະຊຸມຂອງສະພາສິດທິມະນຸດສປຊ - ảnh 1
ບັນ​ຫາ ຊີ​ຣີ ຍາມ​ໃດ​ກໍ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ
(ພາບ: AFP)

(vovworld) –  ​ຕອນ​ບ່າຍ​ວັນ​ທີ 26/9, ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ, ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ໄດ້​ອັດ​​ກອງ​ປະ​ຊຸມ​ນັດ​ສາ​ມັນຄັ້ງ​ທີ 27 ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 3 ວັນ, ຮັບ​ຮອງ​ເອົາ​ ມະ​ຕິ/ ຂໍ້​ຕົກ​ລົງ 32 ສະ​ບັບ ແລະ ຖະ​ແຫຼງ​ການ​ຂອງ​ປະ​ທານ 4 ສ​ະ​ບັບ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ຫງວຽນ​ຈູງ​ແທ່ງ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ປະ​ຈຳ ເຊີ​ແນວ ເປັນ​ຫົວ​ໜ້າ​ຄະ​ນະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້. ນີ້​ແມ່ນ​ກອງ​ປະ​ຊຸມ​​ລັດ​ສາ​ມັນ​ຄັ້ງ​ທີ 3 ແລະ ກໍ່​ແມ່ນກອງ​ປະ​ຊຸມ​ສຸດ​ທ້າຍ​ໃນ​ປີ​ທຳ​ອິດ​ທີ່ ຫວຽດ​ນາມ ​ໄດ້ເຂົ້າ​ຮ່ວມ​ດ້ວຍ​ຖາ​ນະ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ. ຄະ​ນະ​ຜູ້​ແທນ ຫວຽດ​ນາມ ປະ​ກອບ​ສ່ວນ​ຢ່າງ​ແທ​ດ​ຈິງ ແລະ ສ້າງ​ສັນ​ໃນ​ທຸກໆ​​ບັນ​ຫາ​ທີ່​ນຳ​ມາ​ປຶ​ກ​ສາ​ຫາ​ລື​ທີ່ກອງ​ປະ​ຊຸມ, ສືບ​ຕໍ່​ຢັ້ງ​ຢືນ​ກັບ​ປະ​ຊາ​ຄົມ​ໂລກ​ຄວາມ​ຕັດ​ສິ​ນ​ໃຈ​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ, ຍົກ​ສູງ​ນະ​ໂຍ​ບາຍ, ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ຜົນ​ງານ​ກ່ຽວ​ກັບ​ການ​ຮັບ​ປະ​ກັນ ແລະ ຊຸກ​ຍູ້​ສິດ​ທິ​ມະ​ນຸດ​ຢູ່ ຫວຽດ​ນາມ, ກໍ່​ຄື​ແຜນ​ນະ​ໂຍ​ບາຍ​ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ຮ່ວມ​ມື ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ໃນ​ຂົ​ງ​ເຂດ​ສິດ​ທິ​ມະ​ນຸດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຈູງ​ແທ່ງ, ຫົ​ວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ ຫວຽດ​ນາມ ປະ​ຈຳ ເຊີ​ແນວ ໄດ້​ມີ​ບົດ​ກ່າວ​ປາ​ໄສ​ຕາງ​ໜ້າ​ໃຫ້ ອາ​ຊຽນ ທີ່​ວາ​ລະ​ໄຂ ແລະ ມີ​ບົດ​ກ່າວ​ປາ​ໄສ​ທີ່​ບັນ​ດາ​ວາ​ລະ​ປຶກ​ສ​າ​ຫາ​ລື​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ.


ຂ່າວ/ບົດ​ອື່ນ