ຫວຽດນາມຕ້ອນຮັບ ພົນລະເມືອງຜູ້ທີ 90 ລ້ານ
ເດັດສາວ ຫງວຽນທິຖີ່ຢຸງ ແມ່ນພົນລະເມືອງ
ຜູ້ທີ 90 ລ້ານຂອງຫວຽດນາມ
|
(Vovworld)- ພົນລະເມືອງຜູ້ທີ 90 ລ້ານຂອງຫວຽດນາມ ໄດ້ກຳເນີດໃນເວລາ 2 ໂມງ 45 ນາທີ ຂອງວັນທີ 1/1/2013 ຢູ່ໂຮງໝໍປະສູດສູນກາງ. ນັ້ນແມ່ນເດັດສາວທີ່ມີຊື່ວ່າ ຫງວຽນທິຖີ່ຢຸງ ມີນ້ຳໜັກ 3,2 ກິໂລ. ຕອນເຊົ້າວັນທີ 1/11, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ, ນ່ານນາງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນທິກິມຕ້ຽນ ໄດ້ລົງຢ້ຽມຢາມ,ມອບຂອງຂວັນໃຫ້ແກ່ ພົນລະເມືອງຜູ້ທີ 90 ລ້ານຂອງຫວຽດນາມ. ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ກ່າວວ່າ :
“ ພວກເຮົາໄດ້ຕ້ອນຮັບ ພົນລະເມືອງຜູ້ທີ 90 ລ້ານ, ແຕ່ພວກເຮົາຕ້ອງເລີຍຄິດເຖິງເລື່ອງເຮັດແນວໃດ ເພື່ອເບິ່ງແຍງລ້ຽງດູພວກເດັກນັບຕັ້ງແຕ່ເວລາພວມຢູ່ໃນຄັນ. ທີ 1, ພວກເຮົາຮັກສາລະດັບການເຕີບໂຕດ້ານປະຊາກອນ, ແຕ່ຕ້ອງສົມທົບກັບການເບິ່ງແຍງດູແລ ແມ່ ແລະ ເດັກນັບຕັ້ງແຕ່ເວລາຖືພາມານຕະຫຼອດຮອດເວລາປະສູດ ເພື່ອໃຫ້ພວກຫຼານນ້ອຍມີສຸຂະພາບແຂງແຮງ, ມີສະຕິປັນຍາ ເພື່ອສືບຕໍ່ສ້າງສາປະເທດຊາດ ”
ຕາມທ່ານ ດຣ ເຢືອງກວ໋ກຈ້ອງ ຫົວໜ້າກົມໃຫຍ່ປະຊາກອນ-ວາງແຜນຄອບຄົວແລ້ວ, ດ້ວຍຈຳນວນປະຊາກອນ 90 ລ້ານຄົນ, ຫວຽດນາມຖືກຈັດອັນດັບທີ 14 ໃນຈຳນວນບັນດາປະເທດທີ່ມີປະຊາກອນຫຼາຍກ່ວາໝູ່ໃນໂລກ, ຢືນອັນດັບທີ 3 ກ່ຽວກັບຈຳນວນປະຊາກອນຢູ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ຖ້າທຽງໃສ່ການຄາດຄະເນຈາກການສຳຫຼວດປະຊາກອນ ແລະເຮືອນຢູ່ເມື່ອ ປີ 1989 ນັ້ນ, ຈຳນວນປະຊາກອນຂອງຫວຽດນາມຕ້ອງບັນລຸ 105 ລ້ານຄົນໃນປີ 2010 ແລະ ລະດັບຈຳນວນປະຊາກອນ 90 ລ້ານຄົນ ແມ່ນຕ້ອງບັນລຸແຕ່ປີ 2002 ຕາມການຄາດຄະເນ. ແຕ່ໃນຈຸດເວລາວັນທີ 1/11/2013 ຈຶ່ງບັນລຸຕົວເລກ 90 ລ້ານຄົນ, ຊ້າກ່ວາ 11 ປີ ເມື່ອທຽບໃສ່ການຄາດຄະເນ. ນີ້ແມ່ນຕົວເລກທີ່ມີຄວາມໝາຍ ຍ້ອນບັນດາຄວາມມານະພະຍາຍາມຂອງຫວຽດນາມໃນການຫຼຸດຜ່ອນອັດຕາການເກີດໃນໄລຍະທີ່ຜ່ານມາ.