ທ່ານຮ່ວາງວັນທຶກ, ຮອງຫົວຫນ້າກົມໃຫຍ່ສິ່ງແວດລ້ອມ ກ່າວຄຳເຫັນທີ່ພິທີ
|
(vovworld)- ດ້ວຍສານທີ່ວ່າ “ແຫລ່ງນ້ຳສະອາດ, ເສດຖະກິດແຂງແຮງ”, ຕອນເຊົ້າວັນທີ 23/4 ຢູ່ ຮ່າໂນ້ຍ ໄດ້ດຳເນີນພິທີສະເຫລີມສະຫລອງ ວັນເພື່ອຫນ່ວຍໂລກປີ 2016. ນີ້ແມ່ນລາຍການປະຈຳປີ ເພື່ອຊຸກຍູ້ການເຂົ້າຮ່ວມຂອງປະຊາຄົມໃນການຄວບຄຸມ ແລະ ສະກັດກັ້ນມົນລະພິດຕໍ່ນ້ຳ, ປ່ຽນແປງທ່າອ່ຽງຖືກມົນລະພິດຈາກລະດັບຫນັກໄປສູ່ລະດັບຫນ້ອຍ ແລະ ສະອາດກວ່າ. ດ້ວຍການເຄື່ອນໄຫວຫລາຍຢ່າງທີ່ມີຄວາມໝາຍຄື: ເຮັດອະນາໄມຢູ່ຫນອງ ແລະ ບໍລິເວນສວນສາທາລະນະ ແບກຖາວ, ແລກຂີ້ເຫຍື້ອເອົາຕົ້ນໄມ້ ແລະ ການລະຫລິ້ນເພື່ອຍົກສູງຄວາມຮັບຮູ້ກ່ຽວກັບການອະນຸລັກຮັກສາສິ່ງແວດລ້ອມ… ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ອາສາສະໝັກເກືອບ 1000 ຄົນ.