ຫວຽດນາມຖືກຈັດເຂົ້າບັນຊີລາຍຊື່ບັນດາປະເທດເໝາະສົມກັບນັກທ່ອງທ່ຽວໄປທ່ຽວຜູ້ດຽວ

ຫວຽດນາມຖືກຈັດເຂົ້າບັນຊີລາຍຊື່ບັນດາປະເທດເໝາະສົມກັບນັກທ່ອງທ່ຽວໄປທ່ຽວຜູ້ດຽວ - ảnh 1
(ພາບປະກອບ)

(vovworld)- ຫນ້າ​ເວັບ​ໃຫ້​ຄຳ​ປືກ​ສາ​ໄປ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ Travel + Leisure ຫາກໍ່​ປະ​ກາດ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ​ເໝາະ​ສົມ​ທີ່​ສຸດ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ຜູ້​ດຽວ. ໝາກ​ຜົນ​ດັ່ງ​ກ່າວ​ແມ່ນ​ອີງ​ໃສ່​ດັດ​ຊະ​ນີ Happy Planet Index (ແມ່ນ​ເວົ້າ​ເຖິງ​​ສາຍ​ກ່ຽວ​ພັນ​ລະ​ຫວ່າງ​ອາ​ຍຸ​ຍືນ, ຄວາມ​ຮູ້​ສຶກ​ສະ​ບາຍ ແລະ ບັນ​ດາ​ການ​ກະ​ທຳ​ກະ​ທົບ​ເຖິງ​ສິ່ງ​ແວດ​ລ້ອມ​ຢູ່ 151 ປະ​ເທດ), Global Peace Index (ແມ່ນ​ຈັດ​ອັນ​ດັບ 162 ປະ​ເທດ ອີງ​ໃສ່​ຄວາມ​ສະ​ຫງົບ​ສຸກ- ນັກ​ທ່ອງ​ທ່ຽວ​ສາ​ມາດ​ສຳ​ເລັດ​ລາຍ​ການ​ທ່ອງ​ທ່ຽວ​ຂອງ​ຕົນ​ໂດຍບໍ່​ຢ້ານ​ຖືກ​ລອບ​ຈັບ​ຕົວ). ນຳ​ຫນ້າ​ບັນ​ດາ​ຊີ​ລາຍ​ຊື່​ດັ່ງ​ກ່າວ​ແມ່ນ​ປະ​ເທດ ນີວ​ເຢີ​ແລນ, ຫວຽດ​ນາມ ຖືກ​ຈັດ​ອັນ​ດັບ 6, ທີ 8 ແມ່ນ​ຍີ່​ປຸ່ນ, ທີ 10 ແມ່ນ ອິນ​ໂດ​ເນ​ເຊຍ ຊື່ງ​ແມ່ນ 3 ປະ​ເທດ​ຕາງ​ຫນ້າ​ໃຫ້ ພາກ​ພື້ນ ອາ​ຊີ.

 

ຂ່າວ/ບົດ​ອື່ນ