ຫວຽດນາມຖືເປັນສຳຄັນສາຍພົວພັນມິດຕະພາບແລະການຮ່ວມມືຮອບດ້ານກັບລາວ

ຫວຽດນາມຖືເປັນສຳຄັນສາຍພົວພັນມິດຕະພາບແລະການຮ່ວມມືຮອບດ້ານກັບລາວ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຝ້າມ​ບິງ​ມິນ ຕ້ອນ​ຮັບ
ລັດ​ຖະ​ມົນ​ຕີຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ລາວ
(ພາບ: baomoi.com)

(vovworld​) - ໃນ​ວັນ​ທີ 20/7 ​ຢູ່​ຮ່າ​ໂນ້ຍ​, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ ໄດ້​ຕ້ອນ​ຮັບ​ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​​ຄຸນ ​​ລັດ​ຖະ​ມົນ​ຕີຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ລາວ ​ແລະ​ ຄະ​ນະ​ຜູ້​ແທນ​​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ​ລາວ ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ​ຫວຽດ​ນາມ​ ແລະ​ ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ທາບ​ທາມ​ການ​ເມືອງ​ຄັ້ງ​ທີ 1 ຂັ້ນ ລັດ​ຖະ​ມົນ​ຕີຊ່ວຍ​ວ່າ​ການ​​ລະ​ຫວ່າງ​​ກະ​ຊວງການ​ຕ່າງ​ປະ​ເທດ​ຂອງ​ສ​ປ​ປ​ລາວ​ ແລະ  ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ ຢືນ​ຢັນ​ວ່າ ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ​ທີ່​ສຸດ ແລະ ຍາມ​ໃດ​ກໍ​ໃຫ້​ບຸ​ລິ​ມະ​ສິດ​ຢ່າງ​ສູງ​ສຸດ​ໃຫ້​ແກ່​ການ​ປັບ​ປຸງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ​ແລະ​ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ຫວຽດ​ນາມ​ແລະ​ລາວ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ ຕີ​ລາ​ຄາ​ສູງ​ໝາກ​ຜົນ ຂອງກອງ​ປະ​ຊຸມ​ທາບ​ທາມ​ການ​ເມືອງ​ຄັ້ງ​ທີ 1 ຂັ້ນລັດ​ຖະ​ມົນ​ຕີຊ່ວຍ​ວ່າ​ການ​​ລະ​ຫວ່າງ​​ກະ​ຊວງການ​ຕ່າງ​ປະ​ເທດ​ ຫວຽດ​ນາມ ແລະ  ​ລາວ​ ແລະ​ ສະ​ເໜີ້ໃຫ້​ທັງ​ສອງ​ຝ່າຍ​ຈົ່ງ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ລະ​ດັບ​ສູງ​ລະ​ຫວ່າງ​ການນໍາ​ຂອງ​ສອງ​​ປະ​ເທດແລະ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ 2 ​ກະ​ຊວງ​ການ​ຕ່າງ​ປະ​ເທດ​​ຫວຽດ​ນາມ​ແລະ​ລາວ​ໃນ​ໄລ​ຍະ​ປີ 2014-2020 ຊຶ່ງໄດ້​ລົງ​ນາມ​ໃນ​ເດືອນ​ທັນ​ວາ 2014​.

     ກ່ອນ​ໜ້ານັ້ນ, ລັດ​ຖະ​ມົນ​ຕີຊ່ວຍ​ວ່າ​ການ​ກະ​ຊວງການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຮ່​ວາຍ​ຈຸງ ແລະ ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​​ຄຸນ ​​ລັດ​ຖະ​ມົນ​ຕີຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ລາວ ໄດ້​ເປັນ​ປະ​ທານຮ່ວມກອງ​ປະ​ຊຸມ​ທາບ​ທາມ​ການ​ເມືອງ​ຄັ້ງ​ທີ 1 ​​ລະ​ຫວ່າງ​​ກະ​ຊວງການ​ຕ່າງ​ປະ​ເທດ​ຂອງ​ສ​ປ​ປ​ລາວ​ ແລະ  ຫວຽດ​ນາມ.

ຂ່າວ/ບົດ​ອື່ນ