ຫວຽດ​ນາມນອນ​ໃນ​ Top ບັນ​ດາ​ປະ​ເທດ​ທີ່​ມີ​ຄ່າ​ການ​ບໍ​ລິ​ການອິນ​ເຕີ​ແນດ​ຖືກທີ່​ສຸດ​ໃນ​ໂລກ

(VOVWORLD) -ຄິດສະເລ່ຍ ຜູ້ຊົມໃຊ້ຢູ່ຫວຽດນາມຕ້ອງຈ່າຍເງິນເປັນຈຳນວນ 11,27 USD ຕໍ່ເດືອນ ເພື່ອນຳໃຊ້ການບໍລິການ ອິນເຕີແນັດ.
ຫວຽດ​ນາມນອນ​ໃນ​ Top ບັນ​ດາ​ປະ​ເທດ​ທີ່​ມີ​ຄ່າ​ການ​ບໍ​ລິ​ການອິນ​ເຕີ​ແນດ​ຖືກທີ່​ສຸດ​ໃນ​ໂລກ - ảnh 1ບັນຊີລາຍຊື່ 20 ປະເທດທີ່ມີຄ່າການບໍລິການ ອິນເຕີແນັດຖືກທີ່ສຸດໃນໂລກ

Cable.co.uk, ເຊິ່ງແມ່ນບໍລິສັດໃຫ້ຄຳປຶກສາ ແລະ ປຽບທຽບບັນດາການບໍລິການອິນເຕີແນັດ ແລະ ໂທລະຄົມມະນາຄົມ ເຊິ່ງມີສຳນັກງານໃຫຍ່ຄັ້ງຢູ່ນະຄອນ Lichfield (ປະເທດ ອັງກິດ) ໄດ້ປະຕິບັດການຄົ້ນຄ້ວາ ແລະ ປຽບທຽບຄ່າການບໍລິການ ອິນເຕີແນັດຢູ່ 211 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ, ເພື່ອຊອກຫາປະເທດໃດທີ່ມີຄ່າການບໍລິການອິນເຕີແນັດແພງທີ່ສຸດ ແລະ ຖືກທີ່ສຸດໃນໂລກ.

ໝາກຜົນຫວຽດນາມຢຶນອັນດັບທີ 6 ຢູ່ພາກພື້ນ ອາຊີ, ຢຶນອັນດັບທີ 12 ໃນໂລກ ແລະ ຢຶນອັນດັບທີ 1 ຢູ່ພາກພື້ນອາຕາຕາເວັນອອກສ່ຽງໃຕ້ກ່ຽວກັບຄ່າການບໍລິການອິນເຕີແນັດ. ຄິດສະເລ່ຍ ຜູ້ຊົມໃຊ້ຢູ່ຫວຽດນາມຕ້ອງຈ່າຍເງິນເປັນຈຳນວນ 11,27 USD ຕໍ່ເດືອນ ເພື່ອນຳໃຊ້ການບໍລິການ ອິນເຕີແນັດ.

ຕອບກັບ

ຂ່າວ/ບົດ​ອື່ນ