(vovworld) – ເຄື່ອງມືຕີລາຄາການພັດທະນາເສດຖະກິດໝັ້ນຄົງ (SEDA) ຂອງບໍລິສັດທີ່ປຶກສາດ້ານການຄຸ້ມຄອງ Boston Consulting Group (BCG) ຢືນຢັນວ່າ, ຫວຽດນາມ ບັນລຸໄດ້ບັນດາຜົນງານສຳຄັນຫຼາຍຢ່າງໃນວິວັດການຫັນລະດັບວັດທະນາຖາວອນດ້ານເສດຖະກິດໄປສູ່ຄຸນນະພາບຊີວິດຕົວຈິງຂອງປະຊາຊົນ. ການຕີລາຄາດັ່ງກ່າວຖືກຍົກອອກມາໃນການປະຊຸມຂ່າວ “ປະເທດດອກບົວ: ຮັກສາຜົນງານອັນປະທັບໃຈຂອງຫວຽດນາມ ກ່ຽວກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ” ເຊິ່ງ BCG ໄດ້ຈັດຕັ້ງໃນວັນທີ 23/03 ຢູ່ຮ່າໂນ້ຍ. ຕາມນັ້ນແລ້ວ, ປະຈຸບັນ ຫວຽດນາມ ພວມແມ່ນໜຶ່ງໃນບັນດາປະເທດນຳໜ້າໂລກ (ຢືນອັນດັບທີ 4 ໃນຈຳນວນ 149 ປະເທດທີ່ໄດ້ນຳເຂົ້າຄົ້ນຄວ້າ) ກ່ຽວກັບກຳລັງຄວາມສາມາດຫັນປ່ຽນລະດັບວັດທະນາຖາວອນດ້ານເສດຖະກິດ ໄປສູ່ຄຸນນະພາບຊີວິດຄົວຈິງຂອງປະຊາຊົນ. ບົດລາຍງານຂອງ BCG ກໍສະເໜີລັດຖະບານຫວຽດນາມ ກ່ຽວກັບບາງການເຄື່ອນໄຫວລະອຽດຄື: ຍົກສູງກຳລັງຄວາມສາມາດໃຫ້ຕະຫຼາດແຮງງານ, ຈັດຕັ້ງການສອນວິຊາຊີບໃຫ້ຄົນໜຸ່ມທີ່ມຸ່ງໄປເຖິງບັນດາຂົງເຂດທີ່ມີຄວາມຕ້ອງການດ້ານແຮງງານສູງ.