ພາບປະກອບ
|
(vovworld) – ຕໍ່ໜ້າເລື່ອງຮັບຮູ້ກໍລະນີຕິດແປດ MERS – CoV ທຳອິດຢູ່ ໄທ, ວັນທີ 19/6, ກົມການແພດສຳຮອງ (ກະຊວງສາທາລະນະສຸກ) ຍອມຮັບວ່າ: ເຊື້ອພະຍາດນີ້ອາດຈະແຜ່ລະບາດເຂົ້າ ຫວຽດນາມ ໄດ້ຍ້ອນ ຫວຽດນາມ ມີການພົວພັນແລກປ່ຽນການຄ້າ, ການບໍລິການອັນໃຫຍ່ຫຼວງ ກັບ ໄທ, ສ. ເກົາຫຼີ ແລະ ບັນດາປະເທດ ຕາເວັນອອກກາງ. ຫວຽດນາມ ບໍ່ທັນພົບເຫັນກໍລະນີຕິດ MERS ໃດໆ, ດັ່ງນັ້ນປະຊາຊົນຕ້ອງເປັນເຈົ້າການປະຕິບັດຕາມບັນດາຄຳກ່າວເຕືອນຂອງກະຊວງສາທາລະນະສຸກເພື່ອປ້ອງກັນ, ຕ້ານການແຜ່ລະບາດຂອງເຊື້ອພະຍາດນີ້. ກະຊວງສາທາລະນະສຸກ ກ່າວເຕືອນວ່າ: ເພື່ອສະກັດກັ້ນການແຜ່ລະບາດເຊື້ອພະຍາດ MERS ເຂົ້າ ຫວຽດນາມ, ປະຊາຊົນບໍ່ຄວນໄປເຖິງບັນດາປະເທດພວມມີເຊື້ອພະຍາດ MERS, ສະກັດກັ້ນສຳພັດກັບຜູ້ຖືກອັກເສບລະບົບຫາຍໃຈ ແລະ ຜູ້ຖືກສົງໄສຕິດເຊື້ອພະຍາດ MERS… ບັນດາຜູ້ມາຈາກບັນດາປະເທດພວມມີເຊື້ອພະຍາດ MERS ຕ້ອງເປັນເຈົ້າການໃນການແຈ້ງອາການສຸຂະພາບຂອງຕົນເມື່ອເຂົ້າເມືອງ ແລະ ຕິດຕາມກວດກາສຸຂະພາບໃນເວລາ 14 ວັນ, ເມື່ອມີບັນດາອາການຄື: ໄອ, ເປັນໄຂ້, ຫາຍໃຈຍາກຕ້ອງແຈ້ງໃຫ້ບັນດາຮາກຖານການແພດເພື່ອໄດ້ຮັບການແນະນຳໃຫ້ຄຳປຶກສາຢ່າງທັນການ ຫຼື ໂທຫາເບີໂທລະສັບສາຍດ່ວນຂອງກະຊວງສາທາລະນະສຸກ ຫວຽດນາມ ແມ່ນ: 096.385.1919.