ຫວຽດນາມປະກອບສ່ວນຊຸກຍູ້ກົດໝາຍການຄ້າສາກົນໃຫ້ມີຄວາມກົມກຽວ
(VOVWORLD) -ວັນທີ 18 ທັນວາ (ຕາມເວລາຮ່າໂນ້ຍ), ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບເລື່ອງ, ຫວຽດນາມ ໄດ້ຮັບເລືອກຕັ້ງເປັນສະມາຊິກຄະນະກຳມະການກົດໝາຍການຄ້າສາກົນຂອງສະຫະປະຊາຊາດ (UNCITRAL) ອາຍຸການ 2019 – 2025, ດ້ວຍບັດເຫັນດີ 157/193 ບັດ
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮ່ວາຍຈຸງ
(ພາບ: TTXVN)
|
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮ່ວາຍຈຸງ ເນັ້ນໜັກວ່າ: ຫວຽດນາມ ໄດ້ຮັບເລືອກຕັ້ງເປັນສະມາຊິກຄະນະກຳມະການກົດໝາຍການຄ້າສາກົນ ຂອງສະຫະປະຊາຊາດ ອາຍຸການ 2019 – 2025 ແມ່ນບາດກ້າວເດີນໃໝ່ໃນຂົງເຂດນິຕິກຳສາກົນ; ຢືນຢັນວ່າ ຫວຽດນາມ ຖືອຳນາດແຫ່ງກົດໝາຍຢູ່ລະດັບສາກົນ ແລະ ລະດັບຊາດເປັນສຳຄັນ, ແມ່ນສະມາຊິກມີຄວາມຮັບຜິດຊອບໃນປະຊາຄົມສາກົນ, ສ້າງຂີດໝາຍກ້າວເດີນຕໍ່ໄປໃນເລື່ອງເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ. ທ່ານຮອງລັດຖະມົນຕີ ເລຮ່ວາຍຈຸງ ຢືນຢັນວ່າ: ຫວຽດນາມ ພວມເປັນເຈົ້າການ, ຕັ້ງໜ້າເພີ່ມທະວີການເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງເຂົ້າໃນພື້ນຖານເສດຖະກິດໂລກ ແລະ ສືບຕໍ່ຊຸກຍູ້ຫັຮການຄ້າເປັນເສລີ ຜ່ານການລົງນາມ ແລະ ຜັນຂະຫຍາຍການປະຕິບັດບັນດາສັນຍາ 2 ຝ່າຍ ແລະ ຫຼາຍຝ່າຍກ່ຽວກັບດ້ານການຄ້າ, ການລົງທຶນ, ໃນນັ້ນມີບັນດາສັນຍາການຄ້າເສລີລຸ້ນໃໝ່ຄື ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).
ທ່ານຮອງລັດຖະມົນຕີ ເລຮ່ວາຍຈຸງ ຍັງໃຫ້ຮູ້ຕື່ມອີກວ່າ: ກະຊວງການຕ່າງປະເທດຫວຽດນາມ ພວມສ້າງແຜນຮ່າງເຂົ້າຮ່ວມຄະນະກຳມະການກົດໝາຍສາກົນຂອງສະຫະປະຊາຊາດປີ 2019 ແລະ ໄລຍະ 2019 – 2025.