ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນສະຫະສະມາຄົມຫໍພິພິດທະພັນແຫ່ງຊາດອາຊີ
ຫໍພິພິດທະພັນປະຫວັດສາດແຫ່ງຊາດຫວຽດນາມ
ພາບ:internet
|
(vovworld)- ກອງປະຊຸມຄັ້ງທີ 4 ສະຫະສະມາຄົມຫໍພິພິດທະພັນແຫ່ງຊາດ ອາຊີ (ANMA4) ຖືກໄຂຂຶ້ນໃນຕອນເຊົ້າວັນທີ 7/10 ຢູ່ ຮ່າໂນ້ຍ. ກອງປະຊຸມດັ່ງກ່າວຖືກຈັດຂຶ້ນເພື່ອຊຸກຍູ້ການພົບປະແລກປ່ຽນ, ຮ່ວມມືແລກປ່ຽນລະຫວ່າງບັນດາຂົງເຂດຄື: ຖະແຫລງຂ່າວ, ແຫລ່ງຊັບພະຍາກອນມະນຸດ, ການວາງສະແດງ. ໃນວາລະປະຊຸມຕົ້ນຕໍ, ບັນດາບົດປະກອບຄຳຄິດຄຳເຫັນທີ່ກອງປະຊຸມໄດ້ສຸມໃສ່ເຂົ້າ 3 ຫົວເລື່ອງຄື: ຫໍພິພິດທະພັນປະກອບສ່ວນປ່ຽນແປງຄວາມຮັບຮູ້ກ່ຽວກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກ;ຫໍພິພິດທະພັນກັບການທ່ອງທ່ຽວມໍລະດົກ ແລະ ບົດບາດການສຶກສາຂອງຫໍພິພິດທະພັນ. ດຣ ຫວູແມ້ງຮ່າ, ຮອງຜູ້ອຳນວຍການຫໍພິພິດທະພັນປະຫວັດສາດແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ:
“ຫົວຂໍ້ຂອງກອງປະຊຸມນັ້ນແມ່ນ: ຫໍພິພິດທະພັນປະກອບສ່ວນປ່ຽນແປງຄວາມຮັບຮູ້ກ່ຽວກັບມໍລະດົກວັດທະນະທຳ. ການປ່ຽນແປງຄວາມຮັບຮູ້ຂອງຜູ້ຊົມ, ຂອງປະຊາຊົນ ກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກວັດທະນະທຳ. ທີສອງ ພວກຂ້າພະເຈົ້າສ້າງ ເວັບໄຊ ກອງປະຊຸມ ເພື່ອແນະນຳທຸກການເຄື່ອນໄຫວທີ່ກອງປະຊຸມກໍຄືໂຄສະນາບັນດາມໍລະດົກວັດທະນະທຳດີເດັ່ນ ແລະ ວາງສະແດງຢູ່ບັນດາຫໍພິພິດທະພັນປະເທດສະມາຊິກ.”