ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າເຂົ້າກອງປະຊຸມຂັ້ນສູງອາຊຽນ27ແລະບັນດາກອງປະຊຸມກ່ຽວຂ້ອງ

ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າເຂົ້າກອງປະຊຸມຂັ້ນສູງອາຊຽນ27ແລະບັນດາກອງປະຊຸມກ່ຽວຂ້ອງ - ảnh 1
ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດເລ​ຮ່ວາຍ​ຈູງ
(ພາບ: TTXVN)

(vovworld) - ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ຮ່ວາຍ​ຈູງ ​ໄດ້​ຕອບ​ສຳພາດ​ສື່​ມວນ​ຊົນ ກ່ຽວ​ກັບ ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ 27 ​ແລະ​ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ ​ເລ​ຮ່ວາຍ​ຈູງ ​ຊີ້​ແຈ້ງວ່າ, ​ໃນ​ຕະຫຼອດ​ວິວັດ​ແຫ່ງ​ການ​ກະກຽມ ​ແລະ ​ເຂົ້າ​ຮ່ວມ​ຢູ່​ກອງ​ປະຊຸມ​ຕ່າງໆ, ຄະນະ​ຫວຽດນາມ ​ໄດ້​ມີ​ການ​ປະກອບສ່ວນ​ທີ່​ຕັ້ງໜ້າຫຼາຍ​ຢ່າງ ​ແລະ ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ກໍ່ສ້າງ​ເນື້ອ​ໃນ​ຂອງ​ບັນດາ​ເອກະສານ​ກອງ​ປະຊຸມ, ຮັບປະກັນ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ລວມຂອງ​ອາ​ຊຽນ, ສ່ອງ​ແສງ ​ແລະ ຕອບ​ສະໜອງ​ຄວາມ​ສົນ​ໃຈ​ລວມຂອງ​ປະ​ເທດ​ຕ່າງໆ.

        ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ ​ເລ​ຮ່ວາຍ​ຈູງ ​ໃຫ້​ຮູ້​ວ່າ, ຫວຽດນາມ​ແບ່ງປັນ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ການ​ຜັນ​ແປ​ຢ່າງ​ສັບສົນ ​ແລະ ຮ້າຍ​ແຮງ, ພິ​ເສດ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ຖົມ​ດິນ​ກໍ່ສ້າງ​ເກາະ​ດ້ວຍ​ຂອບ​ຂະໜາດ​ໃຫຍ່, ​ເຊິ່ງ​ໄດ້​ກໍ່​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງ​ໃຫ້​ປະຊາ​ຄົມ​ສາກົນ, ​ເຮັດ​ໃຫ້​ຂາດ​ຄວາມ​ເຊື່ອ​ໝັ້ນ, ​ເພີ່ມ​ຄວາມ​ເຄັ່ງ​ຕຶງ, ສົ່ງ​ຜົນ​ສະທ້ອນ​ຢ່າງ​ຫຍໍ້​ທໍ້​ເຖິງ​ສັນຕິພາບ ​ແລະ ຄວາມ​ສະ​ຫງົ​ບປອດ​ໄພ​ໃນ​ພາກ​ພື້ນ. ທ່ານ​ກໍ່​ເນັ້ນໜັກວ່າ​ບັນດາ​ຝ່າຍ​ຕ້ອງ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ສ້າງ​ຄວາມ​ເຊື່ອ​ໝັ້ນ ​ແລະ ການ​ຕ່າງປະ​ເທດ ​ເພື່ອ​ສະກັດ​ກັ້ນ, ກໍ່​ຄື​ປະຕິບັດ​ບັນດາ​ຫຼັກການ​ຄວບ​ຄຸມ​ບໍ່​ນຳ​ໃຊ້ ຫຼື​ ຂົ່ມຂູ່​ນຳ​ໃຊ້​ກຳລັງ​ອາວຸດ, ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ດ້ວຍ​ສັນ​ຕິ​ວິທີ, ບົນ​ພື້ນຖານ​ກົດໝາຍ​ສາກົນ.


ຂ່າວ/ບົດ​ອື່ນ