(VOVWORLD) -ຫວຽດນາມໄດ້ຢັ້ງຢືນຫຼາຍຄັ້ງແລ້ວວ່າ ມີຫຼັກຖານປະຫວັດສາດຢ່າງຄົບຖ້ວນ ແລະ ພື້ນຖານນິຕິກຳ ກ່ຽວກັບອະທິປະໄຕສຳລັບໝູ່ເກາະເຈືອງຊາ ແລະ ຮ່ວາງຊາທີ່ເໝາະສົມກັບກົດໝາຍສົນກົນ.
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ (ພາບ: dangconsan.vn) |
ວັນທີ 13 ພະຈິກ 2019, ໃຫ້ສຳພາດຕໍ່ນັກຂ່າວທີ່ກ່ຽວຂ້ອງເຖິງຄຳກ່າວປາໄສຂອງໂຄສົກກະຊວງການຕ່າງປະເທດ ຈີນໃນວັນທີ 8 ພະຈິກ 2019, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມເນັ້ນໜັກວ່າ: ຫວຽດນາມປະຕິເສດບັນດາເນື້ອໃນຂອງຄຳກ່າວປາໄສທີ່ກ່ຽວຂ້ອງເຖິງຫວຽດນາມຂອງ ໂຄສົກກະຊວງການຕ່າງປະເທດຈີນໃນວັນທີ 8 ພະຈິກ 2019 ກ່ຽວກັບບັນຫາອະທິປະໄຕກັບໝູ່ເກາະເຈື່ອງຊາ. ຫວຽດນາມໄດ້ຢັ້ງຢືນຫຼາຍຄັ້ງແລ້ວວ່າ ມີຫຼັກຖານປະຫວັດສາດຢ່າງຄົບຖ້ວນ ແລະ ພື້ນຖານນິຕິກຳ ກ່ຽວກັບອະທິປະໄຕສຳລັບໝູ່ເກາະເຈືອງຊາ ແລະ ຮ່ວາງຊາທີ່ເໝາະສົມກັບກົດໝາຍສົນກົນ. ສະພາບການຕົວຈິງຂອງປະຫວັດສາດໄດ້ສະແດງໃຫ້ເຫັນສິ່ງນີ້ຢ່າງຈະແຈ້ງ.
ແຜນນະໂຍບາຍຂອງ ຫວຽດນາມແມ່ນ ທຸກໆການຂັດແຍ່ງສາກົນ, ໃນນັ້ນມີການຂັດແຍ່ງກ່ຽວກັບອະທິປະໄຕສຳລັບໝູ່ເກາະເຈື່ອງຊາ, ຮ່ວາງຊາ, ຕ້ອງແກ້ໄຂໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ກົດບັດ ສປຊ.
ຫວຽດນາມມີຄວາມປາດຖະໜາຢາກພ້ອນກັບຈີນມານະພະຍາຍາມປະກອບສ່ວນພັດທະນາສາຍພົວພັນລະຫວ່າງສອງປະເທດ, ຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ.