(ພາບປະກອບ)
(vovworld)- ຫວ່າງແລ້ວນີ້ໜ້າເວັບ ທ່ອງທ່ຽວ Rough Guide ຂອງອັງກິດ ຫາກໍ່ປະກາດຜົນແຫ່ງການຄັດເລືອກ ຂອງຜູ້ອ່ານກ່ຽວກັບ 10 ປະເທດສຸດຍອດ ສຳລັບການທ່ອງທ່ຽວຄົນດຽວ ຢູ່ໃນໂລກ. ຫວຽດນາມ ຢືນອັນດັບ 1 ໃນບັນຊີລາຍຊື່ນີ້. ໜ້າເວັບການທ່ອງທ່ຽວ Rough Guide ຖືວ່າ, ຖ້າຫາກນັກທ່ອງທ່ຽວ ຢາກມີການທ່ອງທ່ຽວດີທີ່ສຸດແຕ່ຄົນດຽວ ຢູ່ຫວຽດນາມ ດ້ວຍບັນດາສະຖານທີ່, ອາຫານການກິນ ທີ່ເປັນເອກະລັກສະເພາະ… ຈົ່ງໄປຄົ້ນຫາດ້ວຍຕົນເອງ ແລະ ນັ້ນແມ່ນວິທີມີປະໂຫຍດທີ່ສຸດ ເພື່ອສາມາດຊອກຮູ້ ແລະ ຮັບຮູ້ໄດ້ ເມື່ອໄປທ່ອງທ່ຽວ ຢູ່ປະເທດນີ້. ນັກທ່ອງທ່ຽວ ຈະມີປະສົບການ ໃນການທ່ອງທ່ຽວ ນັບຮ້ອຍຢ່າງ ຈາກການຄົ້ນຫາຫວຽດນາມ. 9 ປະເທດ ທີ່ຍັງເຫຼືອໃນບັນຊີລາຍຊື່ ບັນດາປະເທດສວຍງາມທີ່ສຸດ ເພື່ອໃຫ້ນັກທ່ອງທ່ຽວຄົ້ນຫາ ລວມມີ: ອຽກລັງ, ໄທ, ສິງກະໂປ, ອົດສ໌ຕຣາລີ, ກຳປູເຈຍ, ແອັດສະປາຍ, ເນປານ, ນິວຊີແລນ ແລະ ເອທິໂອປີ.