ຫວຽດນາມປາດຖະຫນາຢາກເພີ່ມທະວີການຮ່ວມມືກັບກຳປູເຈຍໃນຫລາຍຂົງເຂດ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງຕ້ອນຮັບ
ປະທານສະພາສູງ ກຳປູເຈຍ Samdech Say Chhum
ພາບ:baochinhphu.vn
|
(vovworld)- ວັນທີ 16/12, ທີ່ການພົບປະແລກປ່ຽນຄຳເຫັນກັບປະທານສະພາສູງ ກຳປູເຈຍ Samdech Say Chhum ພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນວ່າ: ຍາມໃດຫວຽດນາມ ກໍຖືເປັນສຳຄັນ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບ ກຳປູເຈຍ ສືບຕໍ່ນຳການພົວພັນລະຫວ່າງສອງປະເທດນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນເພື່ອຜົນປະໂຫຍດ ແລະ ການພັດທະນາລວມຂອງສອງປະເທດ, ສອງຊາດ. ທ່ານນາຍົກລັດຖະມົນຕີ ສະເຫນີ ສອງຝ່າຍເພີ່ມທະວີການຮ່ວມມືໃນບັນດາຂົງເຂດ.
ສ່ວນທ່ານ ປະທານສະພາສູງກຳປູເຈຍ Samdech Say Chhum ຢືນຢັນ ການສະຫນັບສະຫນູນຂອງສະພາສູງ ກຳປູເຈຍ ສຳລັບຄວາມມານະພະຍາຍາມຂອງສອງລັດຖະບານ ໃນການຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ ແລະ ໃຫ້ຮູ້ວ່າ: ຍາມໃດກໍຮ່ວມມືຢ່າງແຫນ້ນແຟ້ນກັບຫວຽດນາມ ໃນວຽກງານປັກຫລັກໝາຍຊາຍແດນ.