(vovworld) – ຫວຽດນາມ ພັດທະນາກະສິກຳຕາມທິດຍືນຍົງ - ສິ່ງດັ່ງກ່າວໂດຍທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລກວກແຢງ ຢັ້ງຢືນໃນການຕອບສຳພາດຕໍ່ນັກຂ່າວ VOV ເນື່ອງໃນໂອກາດວັນທັນຍາຫານໂລກຄັ້ງທີ 34 (16/10). ທ່ານຮອງລັດຖະມົນຕີ ເລກວກແຢງ ໃຫ້ຮູ້ວ່າ: ຫົວຂໍ້ຂອງວັນທັນຍາຫານໂລກ 2014 ເນັ້ນໜັກເຖິງບົດບາດສຳຄັນພິເສດຂອງການປູກຝັງສຳລັບຄອບຄົວ ແລະ ບັນດາຄອບຄົວຜະລິດຂະໜາດນ້ອຍໃນພາລະກິດລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ຄ້ຳປະກັນສະບຽງອາຫານ ແລະ ທາດບຳລຸງ, ປັບປຸງຊີວິດການເປັນຢູ່, ຄຸ້ມຄອງແຫຼ່ງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມເພື່ອພັດທະນາແບບຍືນຍົງ, ພິເສດແມ່ນຢູ່ເຂດຊົນນະບົດ:
“ໄລຍະຜ່ານມາ, ຫວຽດນາມ ມີຄວາມມານະພະຍາຍາມຫຼາຍຢ່າງໃນການຄ້ຳປະກັນສະບຽງອາຫານ, ພິເສດແມ່ນຄວາມມານະພະຍາຍາມຂອງຊາວກະສິກອນໃນການຜະລິດ, ພ້ອມກັບຄວາມມານະພະຍາຍາມນັ້ນແມ່ນການໜູນຊ່ວຍຢ່າງມີປະສິດທິຜົນຈາກປະຊາຄົມໂລກ. ອົງການອາຫານ ແລະ ກະເສດ ສປຊ ໄດ້ມີຫຼາຍໂຄງການໜູນຊ່ວຍ ຫວຽດນາມ ກ່ຽວກັບເຕັກນິກການປູກຝັງ… ໃນໄລຍະຈະມາເຖິງ, ເພື່ອປະຕິບັດແຜນຮ່າງສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ໃຫ້ສຳເລັດ, ພວກເຮົາຕ້ອງຍາດແຍ່ງການຊ່ວຍເຫຼືອຈາກປະຊາຄົມໂລກກ່ວາອີກ ເພື່ອປະຕິບັດແຜນຮ່າງລະອຽດ, ບັນດາເນື້ອໃນລະອຽດ ເຮັດແນວໃດເພື່ອບັນລຸຄາດໝາຍຂອງແຜນຮ່າງສ້າງໂຄງປະກອບກະສິກຳຄືນໃໝ່ຕາມທິດຍົກສູງມຸນຄ່າເພີ່ມ ແລະ ພັດທະນາກະສິກຳແບບຍືນຍົງເຊິ່ງທ່ານນາຍົກລັດຖະມົນຕີໄດ້ອານຸມັດຜ່ານແລ້ວ”