ຫວຽດນາມ-ມົງໂກນເພີ່ມທະວີການພົວພັນຮ່ວມມື

ຫວຽດນາມ-ມົງໂກນເພີ່ມທະວີການພົວພັນຮ່ວມມື - ảnh 1

 (vovworld) - ​ ວັນ​ທີ 24/6 ຢູ່​ຮ່າ​ໂນ້ຍ, ສະຖານທູດ​ມົງ​ໂກ​ນ ປະຈຳ​ຫວຽດນາມ ຈັດ​ຕັ້ງ​ການພົບ​ປະ​ກັບ​ນັກ​ຂ່າວ​ເພື່ອ​ແນ​ໃສ​່ແຈ້ງ​ຂໍ້​ມູນຂ່າວ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ມົງ​ໂກ​ນ ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ. ນະ​ທີ່​ນີ້, ທ່ານ D.Enkhbat, ​ເອກ​ອັກຄະ​ລັດຖະທູດມົງ​ໂກ​ນ ປະຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ: ມົງ​ໂກ​ນ ປະຕິ​ບັດ​ນະ​ໂຍບາຍການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ, ພິ​ເສດ​​ແມ່ນເອົາ​ໃຈ​ໃສ່​ເປັນ​ສຳຄັນ​​ເຖິງ​ການເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາປະ​ເທດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ​ແລະ ​ເຊື່ອ​ໝັ້ນວ່າ ​ຫວຽດນາມ ​ເປັນຂົວ​ຕໍ່​ໃຫ້​ແກ່ການ​ພົວພັນ​ນີ້. ​ແລກປ່ຽນ​ກ່ຽວ​ກັບ​ການ​ພົວພັນ​ດ​້ານການ​ຄ້າ​ລະຫວ່າງ 2 ປະ​ເທດ, ທ່ານ​ເອກ​ອັກຄະ​ລັດຖະທູດມົງ​ໂກ​ນ ​ໃຫ້​ຮູ້​ວ່າ: ປີ 2014 ການ​ແລກປ່ຽນ​ການ​ຄ້າ 2 ສົ້ນບັນລຸ​​ໄດ້​ກ່ວາ 28 ລ້ານ​ໂດ​ລາ​ສະຫະລັດ. ມາຮອດ​ປະຈຸ​ບັນ​ມີ​ຫົວໜ່ວຍ​ເສດຖະກິດ​ຂອງ​ຫວຽດນາມ​ ກ່ວາ 160 ​ແຫ່ງ ໄດ້ລົງທຶນ​ເຂົ້າ​ມົງ​ໂກ​ນ. 2 ປະ​ເທດ​ມີ​ການ​ພົວພັນ​ດ້ານ​ການ​ຄ້າ​ທີ່​ເປັນ​ມູນ​ເຊື້ອ​ ​ແລະ ນັບ​ມື້​ນັບ​ໄດ້​ຮັບ​ການເປີດ​ກ້ວາງ​. ທ່ານ​ເອກ​ອັກຄະ​ລັດຖະທູດ​ມົງ​ໂກ​ນ ປະຈຳ​ຫວຽດນາມ D.Enkhbat ຖື​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຕ້ອງ​ສືບ​ຕໍ່​ຖື​ເປັນ​ສຳຄັນ​ການ​ເປີດ​ກ້ວາງ ​ແລະ ພັດທະນາ​ການ​ພົວພັນ​ດ້ານການ​ຄ້າ, ​ເສດຖະກິດ, ສົ່ງ​ເສີມ, ໜູນ​ຊ່ວຍ​ເພື່ອ​​ໃຫ້ບັນດາ​ວິ​ສາ​ຫະກິດ​ສ້າງ​ການ​ພົວພັນ​ ໂດຍ​ກົງ, ​ໂຄສະນາ​ເຜີ​ຍ​ແຜ່​ການ​ແລກປ່ຽນ​ຜະລິດ​ຕະພັນນຳ​ກັນ. 2 ປະ​ເທດ​ຄວນ ໂຄສະນາ, ​ແນະນຳ​ກ່ຽວ​ກັບ​ດ້ານວັດທະນະທຳ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອຂອງປະຊາຊົນມົງ​ໂກ​ນ ​ແລະ ຫວຽດນາມ ​ໃຫ້​ແກ່​ລຸ​້ນໜຸ່ມ.

ຂ່າວ/ບົດ​ອື່ນ