ພາບປະກອບ
|
(vovworld) – ກະຊວງກະສິກຳ ອາເມລິກາ (USDA) ຫາກໍປະກາດບັນຊີລາຍຊື່ບັນດາໂຮງງານ, ບໍລິສັດຢູ່ 4 ປະເທດທີ່ມີເງື່ອນໄຂຢ່າງພຽງພໍເພື່ອສົ່ງອອກເຂົ້າຕະຫຼາດນີ້ ຕາມໂຄງການຕິດຕາມກວດກາສຳລັບປາບາງປະເພດ (ໃນນັ້ນມີປາຈາ ແລະ ປາບາຊາ). ຕາມນັ້ນແລ້ວ, ຫວຽດນາມ ຢືນອັນດັບໜຶ່ງດ້ວຍໂຮງງານ, ບໍລິສັດ 23 ແຫ່ງ, ທີ່ມີເງື່ອນໄຂຢ່າງຄົບຖ້ວນ, ຈາກນັ້ນແມ່ນ ຈີນ, ມຽນມາ ແລະ ໄທ. ໂຄງການຕິດຕາມກວດກາຂອງ USDA ສຳລັບປາບາງປະເພດເລີ່ມມີຜົນສັກສິດນັບແຕ່ວັນທີ 1/3 ແລະ ມີໄລຍະຂ້າມຜ່ານແມ່ນ 18 ເດືອນ. ໃນໄລຍະເວລານີ້, ອົງການຄຸ້ມຄອງຄວາມປອດໄພດ້ານສະບຽງອາຫານ (FSIS), ຂຶ້ນກັບ USDA ຈະດຳເນີນການຕິດຕາມກວດກາເທ່ືອໜຶ່ງ/ໄຕມາດ. ບັນດາປະເທດສົ່ງອອກປາປະເພດນີ້ເຂົ້າຕະຫຼາດ ອາເມລິກາ ຕ້ອງສົ່ງສຳເນົາເອກະສານໃຫ້ FSIS ເພື່ອດຳເນີນການຕີລາຄາຄວາມຈິງ, ນັບທັງດຳເນີນການກວດກາບ່ອນລ້ຽງ ແລະ ຜະລິດອີກ.