(vovworld) – ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ອັງກິດ ຢ່າງເປັນທາງການ, ວັນທີ 16/4, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ໄດ້ເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ William Hague ແນໃສ່ແລກປ່ຽນບັນດາມາດຕະການລະອຽດເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ ໃນທຸກໆຂົງເຂດ.
ສອງຝ່າຍໄດ້ເຫັນດີເປັນເອກະສັນສືບຕໍ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືລະອຽດໃນແຜນການເຄື່ອນໄຫວຂອງ ຫວຽດນາມ - ອັງກິດໃນແຕ່ລະປີຢ່າງແຮງ.
ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ, ຖືນີ້ແມ່ນເສົາຄ້ຳສຳຄັນອັນດັບໜຶ່ງໃນການພົວພັນຄູ່ຮ່ວມມືຍຸດທະສາດ, ສືບຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ວິສາຫະກິດສຳພັດຕະຫຼາດ ແລະ ເພີ່ມທະວີການລົງທຶນ, ດຳເນີນທຸລະກິດເຂົ້າແຕ່ລະປະເທດ. ອັງກິດ ຊົມເຊີຍ ຫວຽດນາມ ເປີດກ້ວາງການລົງທຶນ ແລະ ເພີ່ມທະວີການສົ່ງອອກເຂົ້າຕະຫຼາດ ອັງກິດ. ດ້ວຍທ່າແຮງໃນຂົງເຂດການເງິນ - ທະນາຄານ, ອັງກິດໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍ ແລະ ແບ່ງປັນບົດຮຽນກັບ ຫວຽດນາມ ໃນວິວັດການສ້າງໂຄງປະກອບລະບົບການເງິນ - ທະນາຄານ, ພັດທະນາຕະຫຼາດການເງິນ. ອັງກິດ ຢືນຢັນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ ອີຢູ ສຳເລັດການເຈລະຈາສັນຍາການຄ້າເສລີ ຫວຽດນາມ - ອີຢູ ໃນປີ 2014, ກໍ່ຄືໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍ ຫວຽດນາມ ເພີ່ມທະວີການພົວພັນຮອບດ້ານ ກັບ ອີຢູ, ຕັ້ງໜ້າສະໜັບສະໜູນ ອີຢູ ຮັບຮູ້ ຫວຽດນາມ ແມ່ນປະເທດມີພື້ນຖານເສດຖະກິດການຕະຫຼາດ.
ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ຊົມເຊີຍລັດຖະບານ ອັງກິດ ໄດ້ມີຫຼາຍມາດຕະການ ແລະ ນະໂຍບາຍສົ່ງເສີມບັນດາວິສາຫະກິດ ອັງກິດ ມາ ຫວຽດນາມ ລົງທຶນ ແລະ ດຳເນີນທຸລະກິດໃນໄລຍະຍາວ.
ເມື່ອແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ຝ່າຍ ອັງກິດ ສະແດງການສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ໃນການແກ້ໄຂການພິພາດຢູ່ທະເລຕາເວັນອອກ ດ້ວຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ພ້ອມທັງປາດຖະໜາຢາກໃຫ້ ຫວຽດນາມ ສະໜັບສະໜູນເລື່ອງຍົກສູງບັນດາຫຼັກການພື້ນຖານຂອງກົດໝາຍສາກົນໃນການແກ້ໄຂການພິພາດຢູ່ພາກພື້ນຕ່າງໆໃນໂລກ.
ເນື່ອງໃນການຢ້ຽມຢາມ ລາຊະອານາຈັກ ອັງກິດ ຢ່າງເປັນທາງການ, ຕອນຄຳ່ວັນທີ 16/4, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ໄດ້ພົບປະ ແລະ ໂອ້ລົມກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອັງກິດ.