ຫວຽດນາມ-ລາວລົງນາມໃນຂໍ້ຕົກລົງ ແຜນການຮ່ວມມືດ້ານການສຶກສາປີ 2013
(ພາບປະກອບ:tgvn.com.vn)
(vovworld): ວັນທີ 18/1, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ແລະ ກະຊວງສຶກສາທິການ-ກິລາລາວ ໄດ້ລົງນາມໃນຂໍ້ຕົກລົງແຜນການຮ່ວມມືດ້ານການສຶກສາປີ 2013 ເພື່ອຫັນແຜນຮ່າງ “ຍົກສູງຄຸນນະພາບ ແລະ ປະສິດທິຜົນແຫ່ງການຮ່ວມມືລະຫວ່າງຫວຽດນາມ-ລາວ ໃນຂົງເຂດການສຶກສາ ແລະ ພັດທະນແຫຼ່ງຊັບພະຍາກອນມະນຸດໄລຍະ 2011-2020“ ເປັນລະອຽດ ແລະ ອະນຸສັນຍາກ່ຽວກັບການຮ່ວມມືບຳລຸງສ້າງພະນັກງານລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານລາວ ໂດຍລັດຖະບານສອງປະເທດມອບໜ້າທີ່ຜັນຂະຫຍາຍໃຫ້ສອງກະຊວງ. ຕາມນັ້ນແລ້ວ, ປີ 2013, ຫວຽດນາມ ຈະຮັບພະນັກງານ, ນັກຮຽນ, ນັກສຶກສາລາວ 433 ຄົນມາຮຽນຕໍ່ປະລິນຍາໂທ, ປະລິນຍາເອກ ແລະ ຮຽນບຳລຸງໄລຍະສັ້ນ. ສອງຝ່າຍສືບຕໍ່ປະຕິບັດບັນດາມາດຕະການຍົກສູງຄຸນນະພາບການບຳລຸງສ້າງ; ຄຸ້ມຄອງນັກຮຽນລາວ ພວກຮ່ຳຮຽນຢູ່ຫວຽດນາມ ແລະ ນັກຮຽນ ຫວຽດນາມ ພວກຮ່ຳຮຽນຢູ່ ລາວ, ປະຕິບັດອະນຸສັນຍາກ່ຽວກັບການຮ່ວມມືບຳລຸງສ້າງພະນັກງານລະຫວ່າງສອງລັດຖະບານຫວຽດນາມ-ລາວ ເປັນຢ່າງດີ.
ນະພິທີ, ທ່ານຄຳພັນ ວິພາວັນ, ລັດຖະມົນຕີກະຊວງສຶກສາທິການ-ກິລາລາວ ຕາງໜ້າໃຫ້ນາຍົກລັດຖະມົນຕີລາວ ມອບຫຼຽນໄຊຂອງລັດຖະບານປະເທດ ສປປ ລາວ ໃຫ້ແກ່ໝູ່ຄະນະ ແລະ ສ່ວນບຸກຄົນຂອງກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມຈຳນວນໜຶ່ງ.