(vovworld)- ຄະນະປະຕິບັດງານ ກຳມະທິການຕ່າງປະເທດສະພາແຫ່ງຊາດຫວຽດນາມ ພວມຢ້ຽມຢາມ ແລະ ເຮັດວຽກ ຢູ່ລາວ ແຕ່ວັນທີ 12 ຫາ ວັນທີ 14/08 ເພື່ອແລກປ່ຽນບົດຮຽນ, ຊ່ວຍເຫຼືອລາວ ຈັດຕັ້ງກອງປະຊຸມລັດຖະສະພາລະຫວ່າງຊາດບັນດາປະເທດ ອາຊຽນ ຄັ້ງທີ 35 (AIPA 35) ສຳເລັດຜົນ.
ທີ່ການເຈລະຈາ, ວັນທີ 12/08 ຢູ່ນະຄອນຫຼວງວຽງຈັນ ລາວ, ທ່ານຮອງຫົວໜ້າກຳມະທິການການຕ່າງປະເທດສະພາແຫ່ງຊາດ ຫງວຽນແມ້ງຕ໋ຽນ ໃຫ້ຮູ້ວ່າ ຫວຽດນາມ ສະໜັບສະໜູນລາວ ກ່ຽວກັບຫົວເລື່ອງ “ ເພີ່ມທະວີການຮ່ວມມືລັດຖະສະພາໃນການສ້າງປະຊາຄົມອາຊຽນ’’ ພ້ອມກັບວາງອອກຂໍ້ສະເໜີນິຕິບັນຍັດໃໝ່ ເພື່ອຊຸກຍູ້ລັດຖະບານບັນດາປະເທດອາຊຽນ ຜັນຂະຫຍາຍບັນດາເອກະສານໄດ້ລົງນາມຢ່າງມີປະສິດທິຜົນ. ຄຽງຂ້າງນັ້ນ, ຫວຽດນາມຊົມເຊີຍ ລາວ ວາງອອກຫົວເລື່ອງກ່ຽວກັບ ‘‘ວິທີສຳພັດໃໝ່ໃນການຮ່ວມມືລະຫວ່າງບັນດາລັດຖະສະພາທີ່ເປັນສະມາຊິກ AIPA ແລະ ລັດຖະສະພາບັນດາປະເທດສັງເກດການ” ໃນການເຈລະຈາກັບຄູ່ຮ່ວມມືສັງເກດການຂອງ AIPA.
ກອງປະຊຸມໃຫຍ່ AIPA ຄັ້ງທີ 35 ຈະຈັດຕັ້ງຢູ່ນະຄອນຫຼວງວຽງຈັນ ແຕ່ວັນທີ 14-20/09 ດ້ວຍກອງປະຊຸມຄົບຄະນະ 2 ຄັ້ງ ແລະ ກອງປະຊຸມຂອງກຳມະທິການ ການເມືອງ, ເສດຖະກິດ, ສັງຄົມ, ວຽກງານພາຍໃນ ແລະ ອົງການຈັດຕັ້ງ; ປະຊຸມສະເພາະ ກັບ ແຕ່ລະປະເທດຄູ່ຮ່ວມມື, ຄູ່ເຈລະຈາ ແລະ ປະເທດສັງເກດການ, ນອກນັ້ນຍັງມີບັນດາປະຊຸມຢູ່ນອກຄື ກອງປະຊຸມ ສສຊ ຍິງ AIPA, ກອງປະຊຸມບັນດາເລຂາ AIPA ແລະ ຄະນະເລຂາ ອາຊຽນ, ກອງປະຊຸມຄະນະບໍລິຫານງານ AIPA.