ແຜນທີ່ແຕ້ມບັນດາແຂວງຂອງຈີນໂດຍລາຊະວົງສິງ ພິມຈຳຫນ່າຍເມື່ອປີ 1904
ພາບ:internet
|
(vovworld) - ນັບແຕ່ວັນທີ 1/8 ຮອດໝົດເດືອນ 11/2012, ຢູ່ຫ້ອງວາງສະແດງ “ມໍລະດົກວັດທະນະທຳທະເລ ຫວຽດນາມ”, ຫໍພິພິດທະພັນປະຫວັດສາດແຫ່ງຊາດ ຫວຽດນາມ ໄດ້ຈັດການວາງສະແດງແຜນທີ່ພູມສາດບັນດາແຂວງຂອງຈີນສະໄຫມກ່ອນ. ແຜນທີ່ສະບັບນີ້ໂດຍ ດຣ Mai Ngoc Hong ອະດີດຫົວຫນ້າພະແນກສະລະບັນຫໍສະມຸດ ສັງກັດສະຖາບັນຄົ້ນຄ້ວາພາສາຈີນ - ນົມ, ທັງເປັນຜູ້ອຳນວຍການສູນຄົ້ນຄ້ວາ ແລະ ໝູນໃຊ້ປະຫວັດວົງຕະກຸນວິທະຍາ ຫວຽດນາມ ໄດ້ມອບໃຫ້ຫໍພິພິດທະພັນປະຫວັດສາດແຫ່ງຊາດໃນທ້າຍເດືອນ 7 ຜ່ານມາ. ແຜນທີ່ແຕ້ມບັນດາແຂວງຂອງຈີນໂດຍລາຊະວົງສິງ ພິມຈຳຫນ່າຍເມື່ອປີ 1904, ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ: ກຳໃຕ້ຂອງຈີນ ພຽງຮອດເກາະໄຮ່ຫນານ, ບໍ່ມີໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ນີ້ແມ່ນແຜນທີ່ມີຄຸນຄ່າ ແລະ ຄວາມໝາຍປະຫວັດສາດຍິ່ງໃຫຍ່, ປະກອບສ່ວນສຳຄັນເພື່ອໃຫ້ນັກທ່ອງທ່ຽວ, ບັນດານັກວິທະຍາສາດ, ນັກຄົ້ນຄ້ວາຢູ່ພາຍໃນປະເທດ ແລະ ສາກົນ, ພິເສດແມ່ນປະຊາຊົນບັນດາເຜົ່າຂອງຈີນ ມີເອກະສານ, ພະຍານຫລັກຖານພາວະວິໄສ ຕື່ມອີກ ເພື່ອຢືນຢັນອະທິປະໄຕທະເລ ແລະ ໝູ່ເກາະຂອງ ຫວຽດນາມ, ໃນນັ້ນ ລວມມີ: ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ.