ທ່ານ ໂດ້ເຍີດຮ່ວາງ, ຫົວໜ້າກົມລົງທຶນຕ່າງປະເທດ - ກະຊວງແຜນການ ແລະ ການລົງທຶນ
(ພາບ: baodautu.vn)
|
(vovworld) – ຕາມກົມລົງທຶນຕ່າງປະເທດ, ສັງກັດກະຊວງແຜນການ ແລະ ການລົງທຶນແລ້ວ, ປີ 2015 ຈະສືບຕໍ່ມີການປ່ຽນໃໝ່ໃນການເຄື່ອນໄຫວສົ່ງເສີມການລົງທຶນເພື່ອຮັບປະກັນປະຕິບັດການກຳນົດໃໝ່ໃນການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI). ລະອຽດ, ສືບຕໍ່ສ້າງໂຄງການສົ່ງເສີມການລົງທຶນຕາມຈຸດສຸມ, ຫຼີກລ້ຽງການລົງທຶນຢ່າງກະແຈກກະຈາຍ. ເພີ່ມທະວີວຽກງານສົ່ງເສີມລົງທຶນຢູ່ກັບທີ່, ໜູນຊ່ວຍບັນດານັກລົງທຶນແກ້ໄຂຄວາມຫຍຸ້ງຍາກໃນວິວັດການຜັນຂະຫຍາຍການລົງທຶນ, ດຳເນີນທຸລະກິດ. ພ້ອມທັງ, ການເຄື່ອນໄຫວສົ່ງເສີມຈະສຸມໃສ່ເຂົ້າໃນທ່າແຮງຂອງແຕ່ລະເຂດ, ຂະແໜງການເພື່ອເສີມຂະຫຍາຍປະສິດທິຜົນການລົງທຶນຂອງທ້ອງຖິ່ນ, ຮັບປະກັນລັກສະນະເຊື່ອມຕໍ່ເຂດ, ເຊື່ອມຕໍ່ຂະແໜງ.
ປີ 2015, ບັນດາໂຄງການສົ່ງເສີມການລົງທຶນຂອງ ຫວຽດນາມ ຈະສຸມໃສ່ເຂົ້າບັນດາຂົງເຂດພັດທະນາພື້ນຖານໂຄງລ່າງ, ອຸດສາຫະກຳໜູນຊ່ວຍ, ກະສິກຳ…. ກ່ຽວກັບຄູ່ຮ່ວມມື, ສຸມໃສ່ເຂົ້າບັນດາຕະຫຼາດຈຸດສຸມຄື: ຍີ່ປຸ່ນ, ສ. ເກົາຫຼີ, ໄຕ້ຫວັນ (ປະເທດຈີນ), ສິງກາໂປ ແລະ ບັນດາປະເທດ ຈີ 7.