ຫວຽດນາມສູ້ຊົນຕ້ອນຮັບແຂກທ່ອງທ່ຽວສາກົນ9ລ້ານເທື່ອຄົນໃນປີ2020
ພາບປະກອບ
(vovworld) – ວັນທີ 2/11, ຢູ່ລອນດອນ, ປະເທດອັງກິດ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ສະຫະພັນລາຊະອານາຈັກອັງກິດ ແລະ ອາຍແລນເໜືອ ໄດ້ຈັດຕັ້ງກອງປະຊຸມຊຸກຍູ້ການທ່ອງທ່ຽວຢູ່ຕະຫຼາດ ເອີລົບ. ຜູ້ຕາງໜ້າກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ແນະນຳແຜນການສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດ ເອີລົບ ໄລຍະ 2015 – 2017, ໃນນັ້ນເນັ້ນໜັກເຖິງເລື່ອງຈັດຕັ້ງບັນດາແຜນການປະຈຳປີແນະນຳຈຸດນັດພົບ ແລະ ຜະລິດຕະພັນທ່ອງທ່ຽວຂອງ ຫວຽດນາມ, ເພີ່ມທະວີຂອບຂະໜາດເຂົ້າຮ່ວມບັນດາງານຕະຫຼາດນັດທ່ອງທ່ຽວສາກົນຢູ່ ເອີລົບ, ໂຄສະນາການທ່ອງທ່ຽວຕິດພັນກັບບັນດາເຫດການດ້ານການເມືອງ, ການທູດ, ເສດຖະກິດ. ມີຫຼາຍຄຳເຫັນທີ່ກອງປະຊຸມຖືວ່າ: ຄວນມີກົນໄກສົມທົບກັນເພື່ອນຳການເຄື່ອນໄຫວໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ ເອີລົບ ເຂົ້າແຜນການຂອງແຕ່ລະອົງການຕາງໜ້າຂອງ ຫວຽດນາມ ຢູ່ ທະວີບນີ້. ການເຄື່ອນໄຫວໂຄສະນາການທ່ອງທ່ຽວຄວນມີຈຸດສຸມ ແລະ ຄວນໄດ້ຮັບການຈັດຕັ້ງເປັນປະຈຳ. ນອກຈາກນັ້ນ, ກອງປະຊຸມກໍ່ໄດ້ຮັບຄຳເຫັນປະກອບຫຼາຍຢ່າງຈາກບັນດາວິສາຫະກິດທ່ອງທ່ຽວຕ່າງປະເທດ. ທ່ານ ໂຮ່ແອງຕ໋ວນ, ລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເນັ້ນໜັກວ່າ: ດ້ວຍຄວາມຕັດສິນໃຈຊຸກຍູ້ຕະຫຼາດທ່ອງທ່ຽວ ເອີລົບ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຈະສ້າງຕັ້ງຄະນະປະສານງານໂດຍໄວ ເພື່ອຜັນຂະຫຍາຍແຜນການໄລຍະ 2015 – 2017, ປະກອບສ່ວນປະຕິບັດຈຸດໝາຍຕ້ອນຮັບແຂກທ່ອງທ່ຽວສາກົນ 9 ລ້ານເທື່ອຄົນໃນປີ 2020.