(vovworld) - ການເຈລະຈາຮອບທີ 14 ກ່ຽວກັບສິດທິມະນຸດ ໄດ້ດຳເນີນໄປໃນວັນທີ 18/10/2016, ຢູ່ ສະວິດ. ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ບັນດາຄວາມມານະພະຍາຍາມ, ຜົນງານ ແລະ ການທ້າທາຍຂອງແຕ່ລະປະເທດໃນການຊຸກຍູ້ ແລະ ຮັບປະກັນສິດຕ່າງໆຂອງມະນຸດ, ນັບແຕ່ຮອບເຈລະຈາເດືອນ 11/2015; ແລກປ່ຽນ ແລະ ແບ່ງປັນບົດຮຽນກ່ຽວກັບຂົງເຂດສິດທິເຊິ່ງມະນຸດມີຄວາມສົນໃຈ; ໂດຍສະເພາະແມ່ນການສ້າງລັດແຫ່ງອຳນາດນິຕິບັນຢັດ, ການປະຕິຮູບດ້ານກົດໝາຍ; ບັນດາສິດເສລີໃນການປາກເວົ້າ; ຄວາມເສລີໃນການປະຊຸມ ແລະ ສ້າງຕັ້ງສະມາຄົມ; ສິດຂອງບັນດາກຸ່ມຖືກສ່ຽງໄພສູງກວ່າເພິ່ນໃນສັງຄົມ, ພິເສດແມ່ນຄົນພິການ ແລະ ຊາວຊົນເຜົ່າສ່ວນໜ້ອຍ. ສອງຝ່າຍກໍ່ປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ສະພາສິດທິມະນຸດ ສະຫະປະຊາຊາດ.
ຝ່າຍສະວັດຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ຜົນງານຂອງ ຫວຽດນາມໃນການຮັບປະກັນສິດທິມະນຸດໃນໄລຍະຜ່ານມາ ແລະ ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມມື, ໜູນຊ່ວຍ ຫວຽດນາມໃນຂົງເຂດປະຕິຮູບດານຕຸລາການ, ຮັບປະກັນສິດຂອງບັນດາກຸ່ມຖືກສ່ຽງໄພສູງກວ່າເພິ່ນ.