ຫວຽດນາມສະເຫນີບັນດາມາດຕະການລົບລ້າງສະພາບການຄ້າຂາຍສັດປ່າ
|
(vovworld)- ວັນທີ 3/3, ສະຫະປະຊາຊາດສະເຫລີມສະຫລອງ ວັນທົ່ວໂລກອະນຸລັກຮັກສາສັດປ່າ ດ້ວຍຄຳຮຽກຮ້ອງຂຸດຄົ້ນກຳລັງແຮງຈາກທັດສະນະຂອງລຸ້ນຫນຸ່ມໃນຄວາມມານະພະຍາຍາມອະນຸລັກຮັກສາສັດປ່າ. ເນື່ອງໃນໂອກາດນີ້, ຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ສປຊ ພ້ອມກັບຄະນະຜູ້ຕາງຫນ້າອັງກິດ, ໄທ, ເຢຍລະມັນ, Botswana, Gabon ແລະ ບັນດາອົງການກ່ຽວຂ້ອງຂອງ ສປຊ ໄດ້ຈັດຕັ້ງເຫດການເພື່ອຕອບສະຫນອງວັນດັ່ງກ່າວ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຫງວຽນເຟືອງງາ, ເອກອັກຄະລັດຖະທູດ, ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ສປຊ ໄດ້ລາຍງານບັນດາຂໍ້ສະເຫນີເພື່ອໃຫ້ບັນດາປະເທດສະມາຊິກ ສປຊ ພ້ອມກັນແກ້ໄຂໄພຄ້າຂາຍສັດປ່າ ແລະ ພິເສດແມ່ນລົບລ້າງຕະຫລາດທີ່ສະຫງວນໃຫ້ແກ່ບັນດາຜະລິດຕະພັນຜິດກົດໝາຍນີ້.ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການພັດທະນາ ແລະ ປະຕິບັດບັນດາຍຸດທະສາດຫລຸດຜ່ອນຄວາມຕ້ອງການຂອງຜູ້ໃຊ້ສອຍໃນການຊື້ບັນດາຜະລິດຕະພັນກ່ຽວຂ້ອງເຖິງສັດປ່າ, ປະຕິບັດບັນດາບັ້ນໂຄສະນາເພື່ອຍົກສູງຄວາມຮັບຮູ້, ປັບປຸງກົດໝາຍ ແລະ ເພີ່ມທະວີການປະຕິບັດກົດໝາຍໃນວົງຄະນາຍາດກ່ຽວກັບຜົນຮ້າຍ ແລະ ການກະທົບຈາກການລ່າເນື້ອ ແລະ ຄ້າຂາຍສັດປ່າ, ປັບປຸງການພົວພັນລະຫວ່າງບັນດາປະເທດ, ອົງການຈັດຕັ້ງສາກົນໃນຄວາມມານະພະຍາຍາມອະນຸລັກຮັກສາສັດປ່າ.