ພາບປະກອບ:baomoi.com
|
(vovworld)-ວັນທີ 1/5 ແມ່ນວັນຂອງບັນດາຜູ້ອອກແຮງງານໃນທົ່ວໂລກ. ເນື່ອງໃນໂອກາດນີ້, ໃນຊຸມມື້ຜ່ານມາ, ກຳມະບານທຸກຂັ້ນໃນທົ່ວປະເທດຫວຽດນາມ ໄດ້ຈັດການເຄື່ອນໄຫວແທດຈິງ ແລະ ມີຄວາມໝາຍຫລາຍຢ່າງມຸ່ງໄປເຖິງຮາກຖານ ແລະ ຄົນງານ. ຄຽງຄູ່ກັບບັນດາລາຍການ ເດືອນເພື່ອກຳມະກອນ, ສະຫະພັນແຮງງານບັນດາແຂວງ, ນະຄອນ ຍັງເອົາໃຈໃສ່ເບິ່ງແຍງດູແລທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ກຳມະກອນ, ລັດຖະກອນ, ຜູ້ອອກແຮງງານ, ເປັນຕົ້ນແມ່ນຜູ້ປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ໃນໂອກາດນີ້, ສະຫະພັນແຮງງານ ແຂວງ ກອນຕູມ ໄດ້ຈັດຕັ້ງລາຍການລົງຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ມອບຂອງຂວັນ 90 ພູດ ໃຫ້ແກ່ຄົນງານທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ຫນູນຊ່ວຍເຮືອນຢູ່. ອ້າຍ ຫງວຽນໂຮ່ເກວ, ເຮັດວຽກຢູ່ສູນວັດທະນະທຳ, ກິລາ ເຍົາວະຊົນຊາວຫນຸ່ມແຂວງ ກອນຕູມ ຊື່ງແມ່ນຜູ້ໄດ້ຮັບການຫນູນຊ່ວຍເຮືອນຢູ່ຈາກລາຍການໃຫ້ຮູ້ວ່າ:
“ກ່ອນນີ້ ຄອບຄົວຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກຫລາຍ, ເມື່ອໄດ້ຮັບຄວາມເອົາໃຈໃສ່ຈາກສະຫະພັນແຮງງານແຂວງ ຄອບຄົວຂ້າພະເຈົ້າໄດ້ຮັບຈຳນວນເງິນ 35 ລ້ານດົງ ເພື່ອກໍ່ສ້າງເຮືອນຢູ່ຫລັງໃຫມ່. ຂ້າພະເຈົ້າຫວັງວ່າ ສະຫະພັນແຮງງານແຂວງ ມີຮູບແບບເຄື່ອນໄຫວຫລາຍຢ່າງ ແລະ ມີຫລາຍຄົນໄດ້ຮັບການຫນູນຊ່ວຍຄືຂ້າພະເຈົ້າ.”