(vovworld) – ນີ້ແມ່ນຄຳຢືນຢັນ ຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ການຕ້ອນຮັບ ທ່ານ Manohar Parrika ລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍ, ໃນຕອນບ່າຍວັນທີ 6/6, ຢູ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ດ້ວຍຖານະເປັນສະມາຊິກ ຢ່າງຕັ້ງໜ້າຂອງອາຊຽນ ແລະ ເພື່ອນທີ່ໃກ້ຊິດຕິດແທດຂອງອິນເດຍ ຫວຽດນາມ ຈະສືບຕໍ່ເຮັດຈົນສຸດຄວາມສາມາດ ຂອງຕົນເອງ ເພື່ອປະກອບສ່ວນຊຸກຍູ້ການພົວພັນ ຄູ່ຮ່ວມມືຍຸດທະສາດ ອາຊຽນ-ອິນເດຍ. ພ້ອມກັນນັ້ນ, ຫວຽດນາມ ກໍ່ສະໜັບສະໜູນເລື່ອງ ອິນເດຍ ເພີ່ມທະວີເຂົ້າຮ່ວມການຮ່ວມມື ກັບອາຊີຕາເວັນອອກ, ສະໜັບສະໜູນ ອິນເດຍ ເປັນກຳມະການປະຈຳ ຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ເປີດກວ້າງ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ກະຊວງປ້ອງກັນປະເທດ ຂອງສອງປະເທດ ສືບຕໍ່ຮ່ວມມືໃນບັນດາຂົງເຂດທີ່ເປັນມູນເຊື້ອໃຫ້ດີ, ພ້ອມທັງ ສ້າງຂົງເຂດຮ່ວມມືໃໝ່ ເໝາະສົມກັບຄວາມຮຽກຮ້ອງຕ້ອງການທັງສອງຝ່າຍ ເຊັ່ນ: ການບຳລຸງສ້າງ ນາຍທະຫານໜຸ່ມ ເປັນພື້ນຖານໃຫ້ແກ່ການພັດທະນາ ການພົວພັນ ແບບຍືນຍົງ ລະຫວ່າງ ປະຊາຊົນ ແລະ ກອງທັບສອງປະເທດ; ກະຊວງປ້ອງກັນປະເທດອິນເດຍ ສືບຕໍ່ໃຫ້ການຊ່ວຍເຫຼືອຢ່າງລະອຽດ, ແທດຈິງ ໃຫ້ກະຊວງປ້ອງກັນປະເທດຫວຽດນາມ ກວ່າອີກ.