ຫວຽດນາມສະໜັບສະໜູນວັນມິດຕະພາບສາກົນ2015

ຫວຽດນາມສະໜັບສະໜູນວັນມິດຕະພາບສາກົນ2015 - ảnh 1
(ຫວຽດນາມສະໜັບສະໜູນວັນມິດຕະພາບສາກົນ2015)

(vovworld) - ພິ​ທີ​ໄຂວັນ​ມິດ​ຕະ​ພາບ​ສາ​ກົນ​ປີ 2015 ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດ​ນາມ ເຊື່ອມ​ໂຍງ” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 12/12, ຢ່​ູ​ນະ​ຄອນ​ໂຮ່​ຈິ​ມິນ, ຢ່າງ​ເປັນ​ທາງ​ການ. ລາຍ​ການ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້​ອະ​ດີດນັັກ​ຮຽນ, ພະ​ນັກ​ງານ​ທີ່​ເຄີຍ​ຮໍ່​າ​ຮຽນ ແລະ ເຮັດ​ວຽກ​ຢູ່​ບັນ​ດາ​ປະ​ເທດ​ໃນ​ໂລກ ແລະ ນັກ​ສຶກ​ສາ​ປະ​ເທດ​ຕ່າງໆ​ພວມ​ຮ່ຳ​ຮຽນ​ຢູ່​ນະ​ຄອນ ພົບ​ປະ​ແລກ​ປ່ຽນ, ເຊື່ອມ​ຕໍ່​ວັດ​ທ​ະ​ນ​ະ​ທຳ, ການ​ສຶກ​ສາ… ຂອງ​ປະ​ເທດ​ຕ່າງໆ, ຜ່່ານນັ້ນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ສາ​ມັ​ກ​ຄີ, ​ມິດ​ຕະ​ພາບລະ​ຫວ່າງ​ບັນ​ດາ​ເປົ້າ​ໝາຍ​ທີ່​ເຂົ້າ​ຮ່ວມ. ຜ່ານ​ເຫດ​ການ, ທາງ​ນະ​ຄອນ​ປາດ​ຖ​ະ​ໜາ​ຢາກ​ເຕົ້າ​ໂຮມ​ຖັນ​ແ​ຖວ​ນັກ​ປັນ​ຍາ​ຊົນ, ບັນ​ດາ​ອະ​ດີດ​ນັກ​ສຶກ​ສາ​​ລຸ້ນຕ່າງໆທີ່​ເຄີຍ​ຮ່ຳ​ຮຽນ​ຢູ່​ຕ່າງ​ປະ​ເທດ​​ເພື່ອ​ພ້ອມ​ກັນປະ​ກອບ​ຄວາມ​ຮູ້, ບົດ​ຮຽນ, ​​ພູມ​ປັນ​ຍາ ແລະ ຂໍ້​ລິ​ເລີ່ມໃຫ້​ວິ​ວັດ​ການ​ເຊື່ອມ​ໂຍງ​ຂອງ​ນະ​ຄອນ. ທ່ານ ເລກວກ​ຮືງ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ.

      “ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ​ ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ​ຈະ​ມີ​ເຫດ​ການ​ວັດ​ທະ​ນະ​ທຳຕື່ມ​ອີກ​ໃນ​ໂອ​ກາດ​ທ້າຍ​ປີ 2015. ຄຽງ​ຂ້າງນັ້ນ, ສິ່ງ​ທີ່​ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ນັ້ນແມ່ນ ທຸກ​ຄົນ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ ແລະ ເຂົ້າ​ຮ່ວມວຽກ​ງານ​ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ຂອງ​ນະ​ຄອນ​ໂດຍ​ກົງ. ເຮັດ​ແນວ​ໃດ​ເພື່ອ​ໃຫ້​ພວກ​ເຮົາ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກວ່າ ແລະ ເພື່ອນ​ມິດ​ສາ​ກົນ​ມີ​ຄວາມ​ເຂົ້າ​ໃຈ​ຫວຽດ​ນາມ ກວ່າ ແລະ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ຫວຽດ​ນ​າມ ໃນ​ທຸກ​ຂົ​ງ​ເຂດ.”

ຂ່າວ/ບົດ​ອື່ນ