ຫວຽດນາມຫວັງວ່າຍີ່ປຸ່ນຈະແບ່ງປັນບົດຮຽນກ່ຽວກັບການສ້າງໂຄງປະກອບເສດຖະກິດ
ທ່ານ Hashimoto Masaru. ເຈົ້າແຂວງ Ibaraki, ຍີ່ປຸ່ນ
(ພາບ: baocongthuong.com)
(vovworld) - ຫວຽດນາມຫວັງວ່າຍີ່ປຸ່ນຈະແບ່ງປັນບົດຮຽນກ່ຽວກັບການສ້າງໂຄງປະກອບເສດຖະກິດ ແລະ ຫັນປ່ຽນຮູບແບບເຕີບໂຕ, ນີ້ແມ່ນຂໍ້ສະເໜີຂອງທ່ານປະທານປະເທດເຈືອງເຕິ໋ນຊາງ ທີ່ການພົບປະໃນຕອນບ່າຍວັນທີ 6/10 ກັບທ່ານ Hashimoto Masaru. ເຈົ້າແຂວງ Ibaraki, ຍີ່ປຸ່ນ ແລະ ຜູ້ຕາງໜ້າບັນດາວິສາຫະກິດ, ສະຫະສະມາຄົມ, ອົງການຈັດຕັ້ງແຂວງນີ້ທີ່ພວມຢ້ຽມຢາມຫວຽດນາມ ແລະ ຊອກຫາກາລະໂອກາດຮ່ວມມືລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ. ການຢ້ຽມຢາມຄັ້ງນີ້ເພື່ອແນໃສ່ເຮັດໃຫ້ຂໍ້ຕົກລົງຂັ້ນສູງກ່ຽວກັບການຮ່ວມມືດ້ານກະສີກຳເນື່ອງໃນໂອກາດການຢ້ຽມຢາມຍີ່ປຸ່ນຂອງທ່ານປະທານປະເທດໃນຕົ້ນປີນີ້ປະກົດຜົນເປັນຈິງ. ທ່ານປະທານປະເທດ ເຈືອງເຕິ໋ນຊາງ ສະແດງຄວາມເຊື່ອໝັ້ນວ່າ, ຜ່ານການຢ້ຽມຢາມບັນດາຜູ້ແທນແຂວງ Ibaraki ຈະຊອກໄດ້ຄູ່ຮ່ວມມືຫວຽດນາມ ຕື່ມອີກ ແລະ ຮູບແບບຮ່ວມທຸລະກິດ, ຮ່ວມສຳພັນລະຫວ່າງບັນດາວິສາຫະກິດ, ອົງການຂອງຫວຽດນາມ ແລະ Ibarakiຈະກາຍເປັນແບບຢ່າງຮ່ວມມືລະຫວ່າງທ້ອງຖີ່ນ, ກະຊວງ, ຂະແໜງການຂອງສອງປະເທດ.
ສ່ວນ ທ່ານ Hashimoto Masaru ກໍ່ໃຫ້ຮູ້ວ່າ, ໄລຍະຈະມາເຖິງ, ຈະດຳເນີນການເຄື່ອນໄຫວຮ່ວມມືລະຫວ່າງສອງຝ່າຍ ແລະ ຍີ່ປຸ່ນຈະລົງທຶນເຂົ້າຫວຽດນາມ ຕື່ມອີກຢ່າງແນ່ນອນ. ຝ່າຍຍີ່ປຸ່ນ ຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຈາກທ່ານປະທານປະເທດ ເຈືອງເຕິ໋ນຊາງ ກໍ່ຄືຂອງລັດຖະບານ ແລະ ບັນດາກະຊວງ, ຂະແໜງການຕ່າງໆຂອງຫວຽດນາມ.